ຂ່າວສານ

ຢັ້ງຢືນບົດບາດຂອງ APEC ແລະທີ່ຕັ້ງສຳຄັນຂອງຫວຽດນາມ

      ວັນທີ 6 ພະຈິກ, ສັບປະດາຂັ້ນສູງ APEC 2017, ເຫດການສໍາຄັນທີ່ສຸດຂອງປີ APEC ຫວຽດນາມ 2017 ເລີ່ມດຳເນີນຢູ່ນະຄອນ ດ່າໜັ້ງ.
ເລື່ອງຈັດຕັ້ງບັນດາເຫດການຂອງສັບປະດາຂັ້ນສູງ APEC 2017 ສຳເລັດຜົນ, ດ້ວຍບັນດາຂີດໝາຍ ຫວຽດນາມ ກ່ຽວກັບເນື້ອໃນ ແລະການຈັດຕັ້ງຈະປະກອບສ່ວນສ້າງຜົນສໍາເລັດລວມໃຫ້ປີ APEC 2017. ຜົນສໍາເລັດນັ້ນຢັ້ງຢືນແຜນນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະກວ້າງຂວາງ, ເປັນເຈົ້າການ ແລະຕັ້ງໜ້າປະກອບສ່ວນ, ກໍ່ສ້າງ, ສ້າງບັນດາກົນໄກຫຼາຍຝ່າຍເປັນຮູບປະທຳ, ພ້ອມທັງໂຄສະນາບັນດາຄວາມສາມາດບົ່ມຊ້ອນ ແລະກາລະໂອກາດໃໝ່ກ່ຽວກັບການພັດທະນາເສດຖະກິດ, ການຄ້າ, ການລົງທຶນ, ການບໍລິການ, ການເຊື່ອມຕໍ່, ການທ່ອງທ່ຽວຂອງ ຫວຽດນາມ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ CSOM. ພາບ: qdnd.vn
      ນີ້ບໍ່ແມ່ນເປັນເທື່ອທຳອິດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມ APEC. ກ່ອນນີ້ 11 ປີ, ຫວຽດນາມ ໄດ້ເປັນກຽດ ແລະເອກອ້າງທະນົງໃຈໄດ້ຮັບເລືອກເຟັ້ນຈາກບັນດາສະມາຊິກທັງໝົດໃຫ້ເປັນປະເທດເຈົ້າພາບປີ APEC 2006. ຜົນສໍາເລັດຂອງປີ APEC 2006 ໄດ້ສ້າງເປັນຂີດໝາຍ ຫວຽດນາມ ໃນວິວັດແຫ່ງການຮ່ວມມື APEC, ສະແດງໃຫ້ເຫັນຄວາມເຕີບໃຫຍ່ເຂັ້ມແຂງຂອງທັງທ່າແຮງ ແລະກໍາລັງຄວາມສາມາດຂອງປະເທດ, ຍາດໄດ້ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຄົາລົບນັບຖືຈາກເພື່ອນມິດສາກົນ.
ຄັ້ງທີສອງກາຍເປັນພື້ນຖານເສດຖະກິດເຈົ້າພາບຂອງ APEC ໄດ້ສະແດງໃຫ້ເຫັນຄວາມຕັດສິດໃຈຂອງ ຫວຽດນາມ ຜັນຂະຫຍາຍຢ່າງແຮງແນວທາງເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ຮອບດ້ານ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ຫັນຈາກຈິນຕະນາການ “ເຂົ້າຮ່ວມຢ່າງຕັ້ງໜ້າ” ໃຫ້ "ເປັນເຈົ້າການປະກອບສ່ວນກໍ່ສ້າງ, ສ້າງກົດໝາຍລວມເປັນຮູບປະທຳ”, ຢືນຢັນ ຫວຽດນາມ ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງ APEC ເວົ້າສະເພາະກໍ່ຄືປະຊາຄົມສາກົນເວົ້າລວມ.
ສັບປະດາຂັ້ນສູງ APEC 2017 ເວົ້າສະເພາະ ແລະປີ APEC ຫວຽດນາມ 2017 ເວົ້າລວມໄດ້ດໍາເນີນກົງກັບເວລາ APEC ກໍາລັງກ້າວເຂົ້າສູ່ໄລຍະສໍາເລັດບັນດາເປົ້າໝາຍ Bogor ກ່ຽວກັບການຫັນການຄ້າ ແລະການລົງທຶນເປັນເສລີໃນປີ 2020, ແຕ່ວ່າ, ກໍ່ພົບກັບສິ່ງທີ່ກີດຂວາງບໍ່ໜ້ອຍສໍາລັບວິວັດທະນາການຫັນເປັນໂລກາພິວັດ ແລະເຊື່ອມຕໍ່ເສດຖະກິດ. ຄວາມຈິງນີ້ເຮັດໃຫ້ບັນດາຜູ້ນໍາ APEC ຕ້ອງມີຄວາມຮັບຜິດຊອບໜ້າທີ່ສໍາຄັນແມ່ນຮ່ວມແຮງຮ່ວມໃຈກະທໍາເພື່ອສ້າງບາດກ້າວຫັນປ່ຽນຢ່າງແຮງກວ່າໃຫ້ເວທີປາໄສ, ຈາກນັ້ນນຳເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນ ແລະວິສາຫະກິດ.
ຍ້ອນເຫດນັ້ນ, ຫົວຂໍ້ຂອງປີ APEC 2017 “ສ້າງກໍາລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ໄດ້ສ່ອງແສງໃຫ້ເຫັນຄວາມເອົາໃຈໃສ່ລວມຂອງບັນດາພື້ນຖານເສດຖະກິດສະມາຊິກກ່ຽວກັບການຊອກຫາ “ກໍາລັງໜູນໃໝ່” ໃຫ້ການເຊື່ອມໂຍງ, ຮ່ວມສຳພັນ ແລະການເຕີບໂຕເສດຖະກິດຂອງ ອາຊີ-ປາຊີຟິກ. ມັນກໍ່ສະແດງໃຫ້ເຫັນຈຸດໝາຍໄລຍະຍາວຂອງ APEC ແລະອາຊີ - ປາຊີຟິກ ກ່ຽວກັບການ “ເພີ່ມພູນຄູນສ້າງອະນາຄົດລວມແມ່ນສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະວັດທະນາຖາວອນ, ທັງແມ່ນຄວາມມຸ່ງຫວັງກ່ຽວກັບການພັດທະນາໃໝ່ຂອງ APEC ໃນປີ 2017, ປະກອບສ່ວນຢືນຢັນຖານະບົດບາດຂອງເວທີປາໄສໃນສະຖານະການໃໝ່.
ພິເສດ, ປີນີ້, ດ້ວຍຖະນາເປັນພື້ນຖານເສດຖະກິດເຈົ້າພາບ, ຫວຽດນາມ ຈະຕ້ອນຮັບການນໍາເສດຖະກິດ APEC ຈຳນວນໜຶ່ງສົມທົບກັບການຢ້ຽມຢາມຢ່າງເປັນທາງການເພື່ອແນໃສ່ເຮັດໃຫ້ການພົວພັນສອງຝ່າຍ ແລະການສົມທົບໃນບັນດາບັນຫາພາກພື້ນ ແລະສາກົນເລິກເຊິ່ງກວ່າອີກ. ຄຽງຂ້າງກັນນັ້ນ, ສັບປະດາຂັ້ນສູງ APEC 2017 ຄາດຄະເນຈະຕ້ອນຮັບຜູ້ແທນ, ວິສາຫະກິດແຖວໜ້າພາກພື້ນ ແລະສາກົນພ້ອມກັບບັນດາກຸ່ມບໍລິສັດສື່ມວນຊົນໃຫຍ່ 10.000 ຄົນເຂົ້າຮ່ວມ, ນີ້ຈະແມ່ນກາລະໂອກາດທີ່ຫາຍາກເພື່ອໂຄສະນາເຜີຍແຜ່ຮູບພາບ ຫວຽດນາມ ສັນຕິພາບ, ສະຖຽນລະພາບ, ສະໜິດສະໜົມ, ປ່ຽນແປງໃໝ່ ແລະຂະຫຍັນຂັນເຄື່ອນກໍ່ຄືທ່າແຮງປຽບທຽບຂອງບັນດາທ້ອງຖິ່ນ, ເຂດພາກໃນທົ່ວປະເທດ.
ມາຮອດປະຈຸບັດນີ້, ປີ APEC ຫວຽດນາມ 2017 ໄດ້ດໍາເນີນໄປຢ່າງສະດວກ, ດ້ວຍການເຄື່ອນໄຫວຕ່າງໆທີ່ບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ.
ດ້ວຍທ່າແຮງ ແລະກໍາລັງໃໝ່ຂອງປະເທດຊາດພາຍຫຼັງກວ່າ 30 ປີແຫ່ງການປ່ຽນແປງໃໝ່ພ້ອມກັບການສະໜັບສະໜູນ, ຊ່ວຍເຫຼືອອັນລໍ້າຄ່າຂອງເພື່ອນມິດ ແລະຄູ່ຮ່ວມມື, ພວກເຮົາມີຄວາມເຊື່ອໝັ້ນຢ່າງແນ່ນອນວ່າສັບປະດາຂັ້ນສູງ APEC 2017 ຈະປະສົບຜົນສໍາເລັດຢ່າງດີງາມ, ປະກອບສ່ວນເຂົ້າຜົນສໍາເລັດລວມຂອງປີ APEC ຫວຽດນາມ 2017, ປະກອບສ່ວນຢັ້ງຢືນບົດບາດນັບມື້ນັບສໍາຄັນຂອງເວທີປາໄສກໍ່ຄືຖານະບົດບາດສຳຄັນຂອງ ຫວຽດນາມ ໃນການຄຸ້ມຄອງພາກພື້ນ ແລະໃນທົ່ວໂລກ.
(ແຫຼ່ງຄັດຈາກ ໜັງສືພິມກອງທັບປະຊາຊົນ)


top