ດ້ວຍຈິນຕະນາການຍຸດທະສາດ, ຈິດໃຈທົນທານ, ກ້າຄິດກ້າທຳ, ກ້າຮັບຜິດຊອບ, ພ້ອມກັບຈິດໃຈເລີ່ມຕົ້ນທຸລະກິດ Startup ແລະ ຄວາມມຸ່ງຫວັງອຸທິດສ່ວນຢ່າງແຮງກ້າ, ນັກທຸລະກິດ ຫງວຽນທິງາ ພ້ອມກັບຖັນແຖວໄດ້ສ້າງພື້ນຖານເສດຖະກິດ ການບໍລິການ ແລະ ການເງິນທີ່ມີຂອບຂະໜາດໃຫຍ່, ມີຄວາມສາມາດຄຸ້ມຄອງບໍລິຫານ ແລະ ມີກຳລັງແກ້ງແຍ້ງສູງ.
ຕອນເຊົ້າວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວິວັດການສ້າງຕັ້ງພັດທະນາ ແລະ ຕ້ອນຮັບບັນດານາມມະຍົດ, ລາງວັນອັນສູງສົ່ງຫຼຽນໄຊແຮງງານຊັ້ນໜຶ່ງ ແລະ ໃບຍ້ອງຍໍຂອງກະຊວງຕຳຫຼວດໃຫ້ແກ່ກຸ່ມບໍລິສັດ BRG ແລະ ທະນາຄານ SeABank (ພາບ: VNA
ງເໝິນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວິວັດການສ້າງຕັ້ງພັດທະນາ ແລະ ຕ້ອນຮັບບັນດານາມມະຍົດ, ລາງວັນອັນສູງສົ່ງຫຼຽນໄຊແຮງງານຊັ້ນໜຶ່ງ ແລະ ໃບຍ້ອງຍໍຂອງກະຊວງຕຳຫຼວດໃຫ້ແກ່ກຸ່ມບໍລິສັດ BRG ແລະ ທະນາຄານ SeABank. ທ່ານນາງ ຫງວຽນທິງາ ນັກທຸລະກິດ, ປະທານກຸ່ມບໍລິສັດ BRG ໄດ້ຮັບນາມມະຍົດອັນສູງສົ່ງນັກວິລະຊົນແຮງງານ. ທ່ານປະທານສະພາແຫ່ງຊາດ ຖືວ່າ ດ້ວຍຈິນຕະນາການຍຸດທະສາດ, ຈິດໃຈທົນທານ, ກ້າຄິດກ້າທຳ, ກ້າຮັບຜິດຊອບ, ພ້ອມກັບຈິດໃຈເລີ່ມຕົ້ນທຸລະກິດ Startup ແລະ ຄວາມມຸ່ງຫວັງອຸທິດສ່ວນຢ່າງແຮງກ້າ, ນັກທຸລະກິດ ຫງວຽນທິງາ ພ້ອມກັບຖັນແຖວໄດ້ສ້າງພື້ນຖານເສດຖະກິດ ການບໍລິການ ແລະ ການເງິນທີ່ມີຂອບຂະໜາດໃຫຍ່, ມີຄວາມສາມາດຄຸ້ມຄອງບໍລິຫານ ແລະ ມີກຳລັງແກ້ງແຍ້ງສູງ. ທ່ານ ໃຫ້ຮູ້ວ່າ:
ຂ້າພະເຈົ້າປາດຖະໜາຢາກໃຫ້ກຸ່ມບໍລິສັດ BRG ແລະ ທະນາຄານ SeABank ສືບຕໍ່ເສີມຂະຫຍາຍພື້ນຖານທີ່ໄດ້ສ້າງຂຶ້ນ, ປະຕິບັດບັນດາແຜນນະໂຍບາຍໃຫຍ່ຂອງພັກ, ສະພາແຫ່ງຊາດ, ລັດຖະບານກ່ຽວກັບການພັດທະນາເສດຖະກິດສັງຄົມ ຢ່າງມີປະສິດທິຜົນ. ຍູ້ແຮງການຫັນເປັນດີຈີຕອນ, ໝູນໃຊ້ວິທະຍາສາດ ເຕັກໂນໂລຢີທັນສະໄໝ, ປັນຍາປະດິດ, ຍົກສູງຄວາມສາມາດຄຸ້ມຄອງບໍລິຫານຕາມມາດຖານສາກົນ. ເອົາໃຈໃສ່ເປັນພິເສດເຖິງການລົງທຶນບັນດາໂຄງການຕົວເມືອງອັດສະລິຍະ, ພື້ນຖານໂຄງລ່າງສີຂຽວ, ເປັນມິດກັບສິ່ງແວດລ້ອມ, ປະກອບສ່ວນປະຕິບັດເປົ້າໝາຍພັດທະນາແບບຍືນຍົງແຫ່ງຊາດ. ຊຸກຍູ້ລະບົບຕ່ອງໂສ້ມູນຄ່າຫວຽດ, ສືບຕໍ່ເປັນຂົວເຊື່ອມຕໍ່ໜູນຊ່ວຍປະຊາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ, ນຳຜະລິດຕະພັນໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP), ເຄື່ອງໝາຍການຄ້າ ຫວຽດນາມ ບືນຕົວຂຶ້ນສູ່ລະດັບໂລກ.
(ແຫຼ່ງຄັດຈາກ VOV)