• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກຊຸດທີ XIII

      ວັນທີ 6 ກໍລະກົດເຊິ່ງແມ່ນມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກຊຸດທີ XIII.
ມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກຊຸດທີ XIII
      ຕອນເຊົ້າ: ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ ຫໍປະຊຸມເພື່ອປຶກສາຫາລືກ່ຽວກັບສະພາບການ, ໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ການເງິນແຫ່ງຊາດ, ການລົງທຶນສາທາລະນະໄລຍະ 5 ປີ 2016 – 2020 ແລະ ຄາດຄະເນແຜນການ 5 ປີ 2021 – 2025. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ບໍລິຫານການປຶກສາຫາລື.
ຕອນບ່າຍ: ຄະນະບໍລິຫານງານສູນກາງພັກ ໄດ້ ເຮັດວຽກຢູ່ຕາມໜ່ວຍປຶກສາຫາລືຮ່າງກົດລະບຽບເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາສູນກາງພັກຊຸດທີ XIII, ຮ່າງກົດລະບຽບການເຮັດວຽກຂອງຄະນະກວດກາສູນກາງພັກຊຸດທີ XIII.
ຫຼັງຈາກນັ້ນ, ຄະນະບໍລິຫານງານສູນກາງພັກ ໄດ້ດຳເນີນປະຊຸມ, ພິຈາລະນາ, ປະຕິບັດວິໄນພະນັກງານ. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ເປັນປະທານ ແລະ ບໍລິຫານລາຍການກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລື, ສະຫຼຸບ ແລະ ລົງມະຕິປະຕິບັດວິໄນ ອະດີດກຳມະການສູນກາງພັກ 2 ຄົນ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ວັນທີ 18 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 36 ຂອງ ບັນດາປະເທດພາຄີ ສົນທິສັນຍາອົງການສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ (ສ ອາເມລິກາ), ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ, ຮອງຜູ້ນຳນວຍການ ສະຖາບັນການຕ່າງປະເທດ, ຜູ້ສະໝັກຮັບເລືອກຕັ້ງ ຂອງ ຫວຽດນາມ ໄດ້ຮັບເລືອກຕັ້ງ ເຂົ້າໃນຕຳແໜ່ງ ຜູ້ພິພາກສາ ສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026-2035 ດ້ວຍຄະແນນສຽງສູງສຸດ ໃນພາກພື້ນ ອາຊີ - ປາຊີຟິກ.

Top