• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຊື້​ຂາຍ​ສິນ​ຄ້າ​ກັບ​ຕ່າງ​ປະ​ເທດ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຕ້ອງ​ໄດ້​ປະ​ຕິ​ບັດ​ການ​ຢັ້ງ​ຢືນທາງ​ເອ​ເລັກ​ໂຕ​ນິກ

ສິນຄ້າຕ່າງໆ ຕ້ອງປະ​ຕິ​ບັດ​ລະ​ບຽບ​ການ​ດ້ານພາສີ ແລະ ຕ້ອງກວດກາ, ຕິດຕາມກວດກາ. ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ ຢູ່ຫວຽດນາມ ທີ່ຊື້-ຂາຍ ສິນຄ້າ ກັບຕ່າງປະເທດ ຜ່ານແພຼດ​ຟອມການຄ້າເອເລັກໂຕນິກ ຕ້ອງໄດ້ຮັບການ ຢັ້ງຢືນທາງເອເລັກໂຕຣນິກ."
  ສະ​ມາ​ຊິກສະພາແຫ່ງຊາດ ລົງຄະແນນສຽງຮັບຮອງເອົາ ກົດໝາຍສະ​ບັບ​ຕ່າງໆ (ພ​າບ: VNA)  

"ໃນຕອນເຊົ້າວັນທີ 23 ສິງຫາ 2026, ທີ່ກອງປະຊຸມວິສາມັນ ຄັ້ງ ປະ​ຖົມ​ມະ​ເລິກ ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ທີ່ຈັດຂຶ້ນຢູ່ຮ່າ​ໂນ້ຍ, ສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາ ກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ ແລະ ເພີ່ມເຕີມ), ກົດໝາຍວ່າດ້ວຍນ້ຳມັນເຊື້ອໄຟ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການເຜີຍແຜ່ ແລະ ສຶກສາອົບຮົມກົດໝາຍ (ສະບັບປັບປຸງ). ກົດໝາຍເຫຼົ່ານີ້ ຈະມີຜົນສັກສິດ ນັບຕັ້ງແຕ່ວັນທີ 1 ມີນາ 2027 ເປັນຕົ້ນໄປ."

"ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ແມ່ນໄດ້ເພີ່ມເຕີມກົນໄກການຄຸ້ມຄອງ ສິນຄ້າສົ່ງອອກ ແລະ ນຳເຂົ້າ ຜ່ານທາງທຸລະກຳເອເລັກໂຕຣນິກ; ເພີ່ມເຕີມກ່ຽວກັບການກວດກາ ແລະ ຕິດຕາມກວດກາ ສິນຄ້າສົ່ງອອກ ແລະ ນຳເຂົ້າ ຜ່ານແພຼດ​ຟອມການຄ້າເອເລັກໂຕນິກ. ຕາມນັ້ນແລ້ວ, ສິນຄ້າຕ່າງໆ ຕ້ອງປະ​ຕິ​ບັດ​ລະ​ບຽບ​ການ​ດ້ານພາສີ ແລະ ຕ້ອງກວດກາ, ຕິດຕາມກວດກາ. ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ ຢູ່ຫວຽດນາມ ທີ່ຊື້-ຂາຍ ສິນຄ້າ ກັບຕ່າງປະເທດ ຜ່ານແພຼດ​ຟອມການຄ້າເອເລັກໂຕນິກ ຕ້ອງໄດ້ຮັບການ ຢັ້ງຢືນທາງເອເລັກໂຕຣນິກ."

"ໃນຕອນເຊົ້າວັນດຽວກັນນີ້, ສະພາແຫ່ງຊາດ ຍັງໄດ້ປຶກສາຫາລື ຢູ່ຫໍປະຊຸມ ກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍກົນໄກ ແລະ ນະໂຍບາຍ ທີ່ນຳໃຊ້ເຂົ້າໃນການຍົກຍ້າຍຮ່ອງຮອຍສະຖານ ພາຍໃນຂອບເຂດການຈັດຕັ້ງປະຕິບັດ ໂຄງການລົງທຶນກໍ່ສ້າງ ເສັ້ນທາງເຊື່ອມຕໍ່ ສະໜາມບິນສາກົນ ຢາບິ່ງ ກັບ ນະຄອນຫຼວງຮາໂນ້ຍ, ຕອນແລ່ນຜ່ານບໍລິເວນແຂວງ ບັກນິງ ແລະ ໂຄງການກໍ່ສ້າງຄ້າຍທະຫານ ຂອງກອງພັນ​ໃຫຍ່ກຳ​ລັງ​ອາ​ກາດ ຕຳຫຼວດປະຊາຊົນ."

(ແຫຼ່ງຄັດຈາກ VOV)

ASEAN Cup 2026: ທິມ​ຊາດ​ຫວຽດ​ນາມ ຫຍັບ​ໃກ້​ເຂົ້າ​ແຊ໊ມຂອງ​ການ​ແຂ່ງ​ຂັນ

ASEAN Cup 2026: ທິມ​ຊາດ​ຫວຽດ​ນາມ ຫຍັບ​ໃກ້​ເຂົ້າ​ແຊ໊ມຂອງ​ການ​ແຂ່ງ​ຂັນ

ຕ່ອນ​ຄ່ຳ​ວັນ​ທີ 26 ສິງ​ຫາ, ນັດ​ຊີງ​ຊະ​ນະ​ເລີດ​ທີ 2 ລະ​ຫວ່າງ​ທິມ​ຊາດ ຫວຽດ​ນາມ - ໄທ​ຈະ​ດຳ​ເນີນ​ຢູ່​ສະ​ໜາມ​ກິ​ລາ ໝິ​ດິ່ງ (ຫວຽດ​ນາມ).

Top