ໃນການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຖືວ່າ ຫວຽດນາມ ແລະ ກົດດີວົວ ຕ້ອງເພີ່ມທະວີ ການຮ່ວມມື, ຍູ້ແຮງ ການແລກປ່ຽນຄະນະຜູ້ແທນ, ການພົບປະ ໃນທຸກລະດັບ ແລະ ການແລກປ່ຽນ ບົດຮຽນ ວຽກງານນິຕິບັນຍັດ.
ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ກົດດີວົວ (ພາບ: VNA)
ໃນຕອນເຊົ້າວັນທີ 24 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານູສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບ ທ່ານ Patrick Achi, ປະທານສະພາແຫ່ງຊາດ ແຫ່ງສ. ກົດດີວົວພວມ ຢ້ຽມຢາມ ຢູ່ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 23 - 26/08.
ໃນການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຖືວ່າ ຫວຽດນາມ ແລະ ກົດດີວົວ ຕ້ອງເພີ່ມທະວີ ການຮ່ວມມື, ຍູ້ແຮງ ການແລກປ່ຽນຄະນະຜູ້ແທນ, ການພົບປະ ໃນທຸກລະດັບ ແລະ ການແລກປ່ຽນ ບົດຮຽນ ວຽກງານນິຕິບັນຍັດ. ຕາມທ່ານ ເລຂາທິການໃຫຍ່, ປະທານປະເທດແລ້ວ, ສະພາແຫ່ງຊາດ ຂອງສອງປະເທດ ຍັງສາມາດເສີມຂະຫຍາຍ ເປັນຢ່າງດີ ບົດບາດ ເປັນຂົວຕໍ່ ໃນການຊຸກຍູ້ ສາຍພົວພັນສອງຝ່າຍ, ສະໜັບສະໜູນການຊຸກຍູ້ ຄວາມຜູກພັນ ລະຫວ່າງ ປະຊາຊົນ ສອງປະເທດ ຜ່ານການຍູແຮງການຮ່ວມມືໃນບັນດາຂົງເຂດ ວັດທະນະທຳ,ສັງຄົມ, ການສຶກສາ-ອົບຮົມ ແລະ ການແລກປ່ຽນ ປະຊາຊົນ.
ສ່ວນທ່ານ Patrick Achi ປະທານສະພາແຫ່ງຊາດ ກົດດີວົວ ໄດ້ຕີລາຄາວ່າ ຫວຽດນາມ ແລະ ກົດດີວົວ ມີຫຼາຍຈຸດຄ້າຍຄືກັນ ກ່ຽວກັບ ເງື່ອນໄຂ ການພັດທະນາ, ພ້ອມທັງ ມີຄວາມຫວັງຢ່າງຍິ່ງວ່າ ໂກດຕີວົວ ຈະກາຍເປັນ ຈຸດໝາຍປາຍທາງ ເພື່ອໃຫ້ ບັນດາວິສາຫະກິດ ຫວຽດນາມ ມາລົງທຶນ, ຂະຫຍາຍ ຕະຫຼາດ ອອກໄປສູ່ ທົ່ວເຂດ ອາຟຣິກາຕາເວັນຕົກ.
(ແຫຼ່ງຄັດຈາກ VOV)