ຂ່າວສານ
ມີຜູ້ແທນ 120 ທ່ານມາຈາກ 11 ປະເທດເຂົ້າຮ່ວມເວທີປາໄສ ອາຊຽນ - ຄັ້ງທີ 13 ຢູ່ດ່ານັ້ງ
ເພີ່ມທະວີການຫັນເປັນດີຈີຕອນໃນການຄຸ້ມຄອງຄວາມປອດໄພ, ຫຼັກອະນາໄມການອອກແຮງງານໃນອາຊຽນ ມຸ່ງໄປເຖິງວິໄສທັດ ອາຊຽນ 20245 ແມ່ນຫົວຂໍ້ຂອງເວທີປາໄສຄວາມປອດໄພທາງໄຊເບີ, ຫຼັກອະນາໄມການອອກແຮງງານ ອາຊຽນ (ASEAN-OSHNET) ຄັ້ງທີ 13(AOC-13) ຜັນຂະຫຍາຍໃນຕອນເຊົ້າວັນທີ 7 ກໍລະກົດ, ຢູ່ນະຄອນດ່ານັ້ງ. ເຫດການສ້າງຂີດໝາຍເລື່ອງ ຫວຽດນາມຮັບບົດບາດເປັນປະທານ ອາຍຸການ 2026 – 2027. ເຂົ້າຮ່ວມເວທີປາໄສມີຜູ້ແທນ ປະມານ 120 ທ່ານມາຈາກ 11 ປະເທດສະມາຊິກ ອາຊຽນ, ຄະນະເລຂາ ອາຊຽນ, ຈີນ, ຍີ່ປຸ່ນ ແລະ ບັນດາອົງການຈັດຕັ້ງສາກົນ. ເວທີປາໄສສຸມໃສ່ປຶກສາຫາລື 4 ທິດທາງໃຫຍ່ຄື: ສ້າງຂອບນະໂຍບາຍລວມຂອງ ອາຊຽນກ່ຽວກັບການໝູນໃຊ້ການຫັນເປັນດີຈີຕອນໃນການປ້ອງກັນຄວາມປອດໄພ, ຫຼັກອະນາໄມ ການອອກແຮງງານ, ຕິດພັນກັບມາດຕະຖານສາກົນ ກ່ຽວກັບຄຸນສົມບັດ AI ແລະ ການປົກປ້ອງຂໍ້ມູນ; ຊຸກຍູ້ການແບ່ງປັນໃນພາກຕົວຈິງເປັນຢ່າງດີລະຫວ່າງບັນດາປະເທດສະມາຊິກ; ຮັບປະກັນການຫັນເປັນດີຈີຕອນກວມລວມ; ສ້າງບັນດາຂໍ້ສະເໜີແນະລະອຽດຍື່ນສະເໜີຕໍ່ກອງປະຊຸມລັດຖະມົນຕີແຮງງານ ອາຊຽນ.






