• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຫຼາຍທ່າອ່ຽງໃໝ່ໃນການພັດທະນາປັນຍາປະດິດໄດ້ເຕື້ອງເຖິງທີ່ AIVN 2024

ບັນດານັກປະຖະກະຖາເຊິ່ງແມ່ນຜູ້ຕາງໜ້າກຸ່ມບໍລິສັດສາກົນ, ນັກຊ່ຽວຊານຢູ່ພາຍໃນປະເທດຈະປຶກສາຫາລື, ເຮັດແຈ້ງບັນດາບັນຫາລວມຂອງທ່າອ່ຽງພັດທະນາປັນຍາປະດິດ (AI) ໂລກ ແລະ ຫວຽດນາມ.
ມີຫຼາຍທ່າອ່ຽງໃໝ່ໃນການພັດທະນາປັນຍາປະດິດໄດ້ເຕື້ອງເຖິງທີ່ AIVN 2024 (ພາບ: dangcongsan.vn)

ວັນບຸນປັນຍາປະດິດ ຫວຽດນາມ (AI4VN) 2024 ດ້ວຍຫົວຂໍ້ “ປົກລ໋ອກກຳລັງແຮງຂອງປັນຍາປະດິດສ້າງສິ່ງໃໝ່ - Unlock the power of Generative AI” ຈະຈັດຂຶ້ນໃນວັນທີ 23 ສິງຫາ, ຢູ່ສູນປະຊຸມແຫ່ງຊາດ ຮ່າໂນ້ຍ.

ທີ່ວາລະຕົ້ນຕໍຂອງວັນບຸນປັນຍາປະດິດ ຫວຽດນາມ ທີ່ຈະຈັດຂຶ້ນໃນຕອນບ່າຍວັນທີ 23 ສິງຫາ, ບັນດານັກປະຖະກະຖາເຊິ່ງແມ່ນຜູ້ຕາງໜ້າກຸ່ມບໍລິສັດສາກົນ, ນັກຊ່ຽວຊານຢູ່ພາຍໃນປະເທດຈະປຶກສາຫາລື, ເຮັດແຈ້ງບັນດາບັນຫາລວມຂອງທ່າອ່ຽງພັດທະນາປັນຍາປະດິດ (AI) ໂລກ ແລະ  ຫວຽດນາມ. ມີຫຼາຍຫົວຂໍ້ໄດ້ຍົກອອກມາທີ່ເຫດການນີ້, ຄື: “AI ສ້າງສິ່ງໃໝ່ ແລະ ບັນດາທ່າອ່ຽງພົ້ນເດັ່ນໃນປີ 2024”; “ປັນຍາປະດິດທີ່ເກີນກວ່າໜ້າຈໍຄອມພິວເຕີ” ພ້ອມກັບບັນດາເນື້ອໃນໃໝ່ ເພື່ອແນໃສ່ເຮັດແຈ້ງບັນດາບາດກ້າວກະກຽມ, ຄວາມສາມາດບົ່ມຊ້ອນ ກໍຄືບັນດາກາລະໂອກາດ, ສິ່ງທ້າທາຍເມື່ອພັດທະນາ ແລະ ນຳໃຊ້ AI ສຳລັບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ ເສດ​ຖະ​ກິດສີ​ເງິນ

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ “ເສດ​ຖະ​ກິດສີ​ເງິນ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຈຸດສຸມໃນການກະທຳພັດທະນາ “ເສດຖະກິດສີເງິນ”.

Top