• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຫລາຍຈຸດໃຫມ່ທີ່ງານມະໂຫລານຮູບເງົາຫວຽດນາມຄັ້ງທີ 20

      ດ້ວຍຫົວເລື່ອງ “ສ້າງພື້ນຖານອຸດສາຫະກຳຮູບເງົາທັນສະໄຫມ ແລະ ມະນຸດສາດ”, ງານມະໂຫລານປີນີ້ ດຳເນີນແຕ່ວັນທີ 24-28 ພະຈິກ ຢູ່ ນະຄອນ ດາຫນັງ ດ້ວຍເຫດການຫລາຍຢ່າງທີ່ດູດດື່ມ.  

ການປະຊຸມຂ່າວກ໋ຽວກັບງານມະໂຫລານຮູບເງົາຫວຽດນາມຄັ້ງທີ 20
      ງານມະໂຫລານຮູບເງົາຫວຽດນາມຄັ້ງທີ 20 ແມ່ນການເຄື່ອນໄຫວໃຫຍ່ຂອງຮູບເງົາ ຫວຽດນາມ ເພື່ອແນໃສ່ຍ້ອງຍໍບັນດາຜະລິດຕະພັນຮູບເງົາເຂັ້ມຂົ້ນໄປດ້ວຍສີສັນຊາດ, ມີລັກສະນະວັດທະນະທຳມະນຸດ, ມີຫົວຄິດປະດິດສ້າງ ໄດ້ຮັບການຜະລິດພາຍຫລັງງານມະໂຫລານຄັ້ງທີ 9 ປີ 2015. ທ່ານນາງ ໂງເຟືອງລານ, ຫົວຫນ້າກົມຮູບເງົາ ໃຫ້ຮູ້ວ່າ:
        “ປີນີ້ ຄຽງຂ້າງງານມະໂຫລານຮູບເງົາຫວຽດນາມ, ພວກເຮົາຈະເປີດກວ້າງຂອບເຂດ ໃນນັ້ນ ມີການມອບລາງວັນໃຫ້ຮູບເງົາ ອາຊຽນ. ພວກຂ້າພະເຈົ້າຈະເຊີນຄະນະກຳມະການ ຊື່ງເຂົາເຈົ້າບໍ່ນອນໃນພາກພື້ນ ອາຊຽນ ແລະ ກວດບັນດາຮູບເງົາພົ້ນເດັ່ນຂອງບັນດາປະເທດ ອາຊຽນ. ແຕ່ລະປະເທດມີຮູບເງົາເລື່ອງຫນຶ່ງ ແລະ ການມອບລາງວັນ ແລະ ອັດງານມະໂຫລານຈະອັດລົງໃນວັນທີ 28 ພະຈິກ.”
(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ ເສົາຄ້ຳຂອງລັດທິຫຼາຍຝ່າຍ

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”

ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.

Top