ພາຍຫຼັງຜັນຂະຫຍາຍມາເປັນເວລາ 1 ປີ, ມີການຫັນປ່ຽນອັນຕັ້ງໜ້າຫຼາຍຢ່າງໄດ້ຮັບການຮັບຮູ້. ອຳນາດການປົກຄອງໃໝ່ທຸກຂັ້ນໄດ້ເປັນເຈົ້າການຜັນຂະຫຍາຍຮູບແບບໃໝ່, ຮັບປະກັນການເຄື່ອນໄຫວໃຫ້ລຸລ່ວງ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ກົງຈັກການຈັດຕັ້ງໄດ້ຊັບຊ້ອນໃຫ້ກະທັດລັດ, ພາລະໜ້າທີ່ໄດ້ກວດກາ, ຫຼຸດຜ່ອນການຊັບຊ້ອນ; ການປະຕິຮູບລະບຽບການບໍລິຫານ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານສືບຕໍ່ໄດ້ຮັບການຍູ້ແຮງ, ຍົກສູງປະສິດທິຜົນການຄຸ້ມຄອງ, ບໍລິຫານ.
ກ່ຽວກັບໝາກຜົນການເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເຈິ່ນດຶກທັງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ໝາກຜົນໃນຕະຫຼອດໄລຍະ 1 ປີຜ່ານມາ ໄດ້ຢືນຢັນຮູບແບບລະບົບການເມືອງ ແລະ ອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ສອດຄ່ອງກັບສະພາບການຕົວຈິງ. ໃນເບື້ອງຕົ້ນ ທາງນະຄອນໄດ້ສ້າງວິທີຄຸ້ມຄອງບໍລິຫານໃໝ່ຢ່າງມີປະສິດທິຜົນ, ໃກ້ຊິດຕິດແທດກັບປະຊາຊົນກວ່າ”.






