• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມານະພະຍາຍາມຜ່ານຜ່າສິ່ງທ້າທາຍເພື່ອບັນລຸໄດ້ຄາດໝາຍການເຕີບໂຕ

      6 ເດືອນຕົ້ນປີ 2020, ຫວຽດນາມ ໄດ້ຜ່ານຜ່າບັນດາຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ - 19 ເພື່ອບັນລຸໄດ້ລະດັບການເຕີບໂຕ 1,81%, ເຊິ່ງເປັນໜຶ່ງໃນຈໍານວນໜ້ອຍປະເທດໃນໂລກ ທີ່ມີລະດັບການເຕີບໂຕບວກນີ້. ນີ້ແມ່ນຄວາມມານະພະຍາຍາມທີ່ໜ້າພາກພູມໃຈ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. 6 ເດືອນທີ່ຍັງເຫຼືອຂອງປີ 2020, ລັດຖະບານ ຫວຽດນາມ ໄດ້ກໍານົດໜ້າທີ່ຟື້ນຟູ, ພັດທະນາເສດຖະກິດ ແມ່ນມີຄວາມຮີບຮ້ອນກວ່າອີກ. ຫວຽດນາມ ຈະຕ້ອງສືບຕໍ່ຍາດແຍ່ງກາລະໂອກາດເພື່ອຟຶ້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.
        ໃນເງື່ອນໄຂ ຫວຽດນາມ ພວມປະຕິບັດເປົ້າໝາຍຄວບຄູ່: ທັງຄວບຄຸມໂລກລະບາດ ທັງ ຟື້ນຟູເສດຖະກິດ ໄດ້ເປັນຢ່າງດີນັ້ນ, ນັກຊ່ຽວຊານດ້ານເສດຖະກິດຫຼາຍທ່ານໄດ້ຄາດຄະເນວ່າ, 6 ເດືອນທ້າຍປີ 2020, ຄາດວ່າດຸນການຄ້າສືບຕໍ່ຮັກສາທ່າສົ່ງອອກເກີນດຸນ, ດຶງດູດເງິນລົງທຶນຈາກຕ່າງປະເທດ ຈະມີບັນດາບາດກ້າວບຸກທະລຸ, ຄ່າດອກເບ້ຍສືບຕໍ່ຮັກສາສະພາບການເປັນປົກກະຕິ ຫຼື ອາດຈະຫຼຸດລົງໜ້ອຍໜຶ່ງ... ນີ້ແມ່ນບັນດາປັດໄຈສະດວກເພື່ອພັດທະນາເສດຖະກິດຫວຽດນາມ.
ຍາດແຍ່ງກາລະໂອກາດຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ
        ການບໍລິຫານນະໂຍບາຍປີການເງິນ, ເງິນຕາຢ່າງເປັນເຈົ້າການກວ່າ, ມີໄຫວພິບ, ມີປະສິດທິຜົນກວ່າອີກ ແມ່ນຄໍາຮຽກຮ້ອງທີ່ສໍາຄັນເພື່ອກະຕຸ້ນຄວາມຕ້ອງການລວມ, ຊຸກຍູ້ການເຕີບໂຕເສດຖະກິດຢ່າງເໝາະສົມ. ພ້ອມກັນນັ້ນກໍຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງຂອງບັນດາພາກສ່ວນໃຫຍ່ຂອງພື້ນຖານເສດຖະກິດ. ນີ້ແມ່ນປັດໄຈສໍາຄັນເພື່ອກໍ່ສ້າງພື້ນຖານ ແລະ ຮັກສາຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມນັກລົງທຶນທັງພາຍໃນ ແລະ ຕ່າງປະເທດທີ່ມີຕໍ່ສະພາບແວດລ້ອມ ແລະ ສະຖຽນລະພາບຂອງເສດຖະກິດມະຫາພາກຂອງຫວຽດນາມ. ທ່ານ ເລມິນຮຶງ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ໃຫ້ຮູ້ວ່າ:
        ລະບົບທະນາຄານຈະສືບຕໍ່ໃຫ້ຄໍາໝັ້ນສັນຍາໃນການສະໜອງແຫຼ່ງທຶນຢ່າງຄົບຖ້ວນ ແລະ ທັນການໃຫ້ແກ່ພື້ນຖານເສດຖະກິດ, ຈະບໍລິຫານອັດຕາເງິນຕາໃຫ້ເປັນປົກກະຕິ ແລະ ກຽມພ້ອມບັນດາມາດຕະການຈໍາເປັນ ຖ້າຫາກມີບັນດາການເໜັງຕີງທີ່ເຮັດໃຫ້ພື້ນຖານເສດຖະກິດຂາດສະຖຽນລະພາບຫຼາຍເກີນໄປ. ໃນກໍລະນີຈໍາເປັນ ຕາມຄໍາຊີ້ນໍາຂອງລັດຖະບານ, ຈະມີບັນດາມາດຕະການທີ່ແຮງກວ່າກ່ຽວກັບນະໂຍບາຍເງິນຕາ ເປັນຕົ້ນແມ່ນການສະໜອງທຶນຄືນໃໝ່ໃຫ້ບັນດາໂຄງການ, ກິດຈະກໍາທີ່ມີຜົນກະທົບແຜ່ກະຈາຍ ເພື່ອໜູນຊ່ວຍໃຫ້ບັນດາພາກພື້ນເສດຖະກິດຈຸດສຸມ, ກໍຄືໜູນຊ່ວຍການເຕີບໂຕນັບແຕ່ນີ້ຮອດທ້າຍປີ”.

ທ່ານ ຫງວຽນຈິຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ (ພາບ:  VGP)
ນອກຈາກນະໂຍບາຍສົກປີການເງິນແລ້ວ, ຫວຽດນາມ ຈະສຸມໃສ່ການສໍາຫຼວດກວດຄຄືນ ເພື່ອແນໃສ່ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນໃນການເຕີບໂຕໃນແຕ່ລະຂະແໜງການ, ຂົງເຂດ, ທ້ອງຖິ່ນ, ແຕ່ລະໂຄງການໃຫຍ່,ໂຄງການຈຸດສຸມ. ທ່ານ ຫງວຽນຈິຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ເນັ້ນໜັກວ່າ:
        ຂະແໜງອຸດສາຫະກໍາໄດ້ເປັນເຈົ້າການປະຕິບັດຫຼືເຂົ້າຮ່ວມວິວັດການຟື້ນຟູລະບົບສະໜອງ, ລະບົບມູນຄ່າທີ່ຖືກຕັດຂາດ, ກໍ່ສ້າງ ແລະ ພັດທະນາລະບົບມູນຄ່າໃໝ່. ສືບຕໍ່ຜັນຂະຫຍາຍ ໂຄງການກະຕຸ້ນດ້ານການທ່ອງທ່ຽວຢູ່ພາຍໃນປະເທດຢ່າງແຮງ, ຮີບເຮັ່ງນໍາກອງທຶນໜູນຊ່ວຍພັດທະນາການທ່່ອງທ່ຽວ ເຂົ້າເຄື່ອນໄຫວ; ປຸກລະດົມບັນດາໂຄງການກະຕຸ້ນຄວາມຕ້ອງການບໍລິໂພກອຸປະໂພກ, ເປີດກວ້າງຕະຫຼາດພາຍໃນປະເທດ. ຊຸກຍູ້ບັນດາວິສາຫະກິດພາຍໃນປະເທດ ຍາດແຍ່ງ, ຂຸດຄົ້ນກາລະໂອກາດ ແລະ ຜົນປະໂຫຍດຂອງສັນຍາການຄ້າເສລີສະບັບຕ່າງໆທີ່ໄດ້ລົງນາມແລ້ວ ຢ່າງສຸດຂີດ. ເປັນເຈົ້າການຊຸກຍູ້ບັນດາສັນຍາ FTA ກັບບັນດາຄູ່ຮ່ວມມືສໍາຄັນ, ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດ.
ເປັນເຈົ້າການນັບແຕ່ບັນດາສູນກາງເສດຖະກິດ
        ໃນສະພາບການເສດຖະກິດ - ສັງຄົມຂອງຫວຽດນາມ ໃນ 6 ເດືອນຜ່ານມາ, ບັນດາສູນກາງເສດຖະກິດແຖວໜ້າຄື ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ດ່າໜັງ, ຫ໋າຍຟ່ອງ... ແມ່ນສ້າງຂີດໝາຍສໍາຄັນຍິ່ງ. ບັນດາແຂວງ, ນະຄອນດັ່ງກ່າວ ໄດ້ຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດ ເພື່ອກ້າວເຂົ້າຢູ່ສະພາບການເປັນປົກກະຕິໃໝ່ຢ່າງໄວວາ, ສ້າງທ່ວງທ່າພັດທະນາເສດຖະກິດ - ສັງຄົມ ໃຫ້ແກ່ 6 ເດືອນທ້າຍປີ. ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ:
        “ຮ່າໂນ້ຍ ໄດ້ສ້າງ 2 ແຜນການເຕີບໂຕໄລຍະ 6 ເດືອນທ້າຍປີ ເພື່ອຊີ້ນໍາ, ບໍລິຫານ, ສູ້ຊົນບັນລຸຄາດໝາຍການເຕີບໂຕ GRDP ສູງກວ່າ 1,3 ເທື່ອ ເມື່ອທຽບໃສ່ລະດັບການເຕີບໂຕຂອງທົ່ວປະເທດ; ເກັບງົບປະມານຕາມແຜນການໂດຍລັດຖະບານມອບໝາຍໃຫ້... ຮ່າໂນ້ຍ ຈະຫຼຸດຜ່ອນການໃຊ້ຈ່າຍປະຈໍາລົງຕື່ມອີກ 5%, ເລີ່ມດໍາເນີນບາງໂຄງການໃຫຍ່, ມີກໍາລັງແຜ່ກະຈາຍໃນບໍລິເວນ. ທາງນະຄອນກໍຈະກະກຽມແຕ່ 10 ຫາ 15 ບໍລິເວນ ເພື່ອຈັດແຈງເຂດຂາຍເຄື່ອງ, ເຊື້ອເຊີນວິສາຫະກິດຢູ່ແຂວງຕ່າງໆທີ່ມີສິນຄ້າປະເພດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນໍ້າ, ສິນທະເລ ມາຂາຍເຄື່ອງ ໂດຍບໍ່ເສຍຄ່າເຊົ່າບົດ ເພື່ອກະຕຸ້ນຄວາມຕ້ອງການບໍລິໂພກອຸປະໂພກພາຍໃນປະເທດ”.
        ຕາມທ່ານ ຫງວຽນແທັ່ງຟອງ, ປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ແລ້ວ, ທາງນະຄອນມີຄວາມຕັດສິນໃຈຢ່າງສູງ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາ, ຍ້ອນການພັດທະນາຊ້າລົງຂອງນະຄອນ ຈະສົ່ງຜົນກະທົບໂດຍກົງເຖິງໝາກຜົນຂອງການເຕີບໂຕລວມຂອງທັງປະເທດ. ທ່ານກ່າວວ່າ:
ທາງນະຄອນຢຶດໝັ້ນປະຕິບັດເປົ້າໝາຍຄວບຄູ່ ເພື່ອຮັກສາທ່າພັດທະນາເສດຖະກິດ. ຍື່ນສະເໜີສະພາປະຊາຊົນນະຄອນ ກ່ຽວກັບການດັດປັບໂຄງການກະຕຸ້ນຄວາມຕ້ອງການລົງທຶນ, ຍົກອັດຕາດອກເບ້ຍໜູນຊ່ວຍໃຫ້ແຕ່ລະໂຄງການ ແຕ່ 100 ຕື້ ຂຶ້ນເຖິງ 200 ຕື້ດົ່ງ, ຍູ້ແຮງການດຶງດູດລົງທຶນລະຫວ່າງບັນດາພາກສ່ວນເສດຖະກິດຢູ່ພາຍໃນປະເທດ ເຊິ່ງກ່ອນອື່ນໝົດແມ່ນນັກລົງທຶນເອກະຊົນ, ຍາດແຍ່ງກາລະໂອກາດຈາກສັນຍາ EVFTA ເພື່ອເພີ່ມການສົ່ງອອກຊອັບແວ. ທາງນະຄອນກໍກໍານົດການຊຸກຍູ້ການປ່ອຍເງິນລົງທຶນພາກລັດ ແມ່ນໜ້າທີ່ດ້ານການເມືອງຈຸດສຸມ ແລະ ວາງຄາດໝາຍວ່າ ທ້າຍເດືອນຕຸລາ, ອັດຕາປ່ອຍເງິນລົງທຶນຈະຫຼາຍກວ່າ 80% ຂອງແຜນການທີ່ໄດ້ວາງອອກ”.
ໃນ 6 ເດືອນຕົ້ນປີ, ຫວຽດນາມ ບັນລຸໄດ້ຜົນສໍາເລັດໃນການຄວບຄຸມໂລກລະບາດ ແລະ ການຟື້ນຟູເສດຖະກິດ. ບັນດາກໍາລັງໜູນສໍາຄັນນີ້ ບວກກັບຄວາມຕັດສິນໃຈ, ຫວັງວ່າ ໃນ 6 ເດືອນທ້າຍປີ, ຫວຽດນາມ ຈະສືບຕໍ່ບັນລຸໄດ້ໝາກຜົນທີ່ດີກວ່າໃນການພັດທະນາເສດຖະກິດ - ສັງຄົມ. 
 (ແຫຼ່ງຄັດຈາກ VOV)
 

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top