ກົມການເມືອງໄດ້ປະກາດມະຕິເລກທີ 71 ເມື່ອວັນທີ 22 ສິງຫາ ປີ 2025 ດ້ວຍບັນດາໝວດເປົ້າໝາຍ, ໜ້າທີ່ ມາດຕະການອັນລະອຽດ. ໃນນັ້ນ, ຈຸດພົ້ນເດັ່ນແມ່ນ “ຮັບປະກັນຄວາມຍຸດຕິທຳ ແລະ ໂອກາດຮ່ຳຮຽນໃຫ້ແກ່ ປຊຊ ທຸກຄົນ”. ສິ່ງນີ້ໄດ້ສະແດງໃຫ້ເຫັນແນວຄິດລຸລ່ວງຂອງພັກ ແລະ ລັດ ຫວຽດນາມ: ການສຶກສາບໍ່ພຽງແຕ່ແມ່ນສິດອັນເປັນພື້ນຖານເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນແຫ່ງການພັດທະນາແບບຍືນຍົງອີກດ້ວຍ.
ຕາມມະຕິເລກທີ 71, ຄວາມຍຸດຕິທຳໃນການສຶກສາ ແມ່ນບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ; ລົບລ້າງໄລຍະຫ່າງເຂດພາກ, ຄວາມຮັ່ງມີ-ຄວາມທຸກຍາກ; ສ້າງໂອກາດພັດທະນາທີ່ສະເໝີພາບໃຫ້ແກ່ແຕ່ລະຄົນ. ຮັບປະກັນຄຸນນະພາບ ແລະ ສະພາບແວດລ້ອມແຫ່ງການຮ່ຳຮຽນໃຫ້ແກ່ທຸກຄົນ. ທີ່ກອງປະຊຸມທົ່ວປະເທດຊາບຊືມບັນດາມະຕິຢູ່ ຮ່າໂນ້ຍ ຈັດຂຶ້ນໃນວັນທີ 16 ກັນຍາຜ່ານມາ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກເຖິງຈິດໃຈແກ່ນສານນີ້:
ພວກເຮົາຕ້ອງເນັ້ນໜັກຢ່າງແຮງເຖິງບັນຫາການເຂົ້າເຖິງການສຶກສາຢ່າງສະເໝີພາບ. ໃນນັ້ນ, ເຂດຫ່າງໄກສອກຫຼີກ, ເຂດພູດອຍ, ເຂດຊາຍແດນ, ໝູ່ເກາະ, ຊົນຊົນເຜົ່າ… ລ້ວນແຕ່ໄດ້ເຂົ້າເຖິງການສຶກສາຢ່າງສະເໝີພາບ ເມື່ອທຽບກັບບັນດາເປົ້າໝາຍອື່ນໆ.
ມະຕິເລກທີ 71 ໄດ້ຢັ້ງຢືນລັກສະນະວັດທະນະທຳມະນຸດທີ່ເລິກເຊິ່ງ ແລະ ກຳນົດທິດຍຸດທະສາດຂອງນະໂຍບາຍການສຶກສາ, ໃນນັ້ນ, ກຳນົດຄວາມບຸກທະລຸໃນການສຶກສາແມ່ນຕ້ອງ “ເລີ່ມຈາກການປ່ຽນໃໝ່ຈິນຕະການການ, ຄວາມຮັບຮູ້ ແລະ ລະບອບລະບຽບການ”. ທ່ານ ຟ້າມງອກເຖືອງ, ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຖືວ່າ:
ມີຈຸດພິເສດໜຶ່ງນັ້ນແມ່ນ ຄວາມບຸກທະລຸໃນການສຶກສາແມ່ນຕ້ອງເລີ່ມມາຈາກການປ່ຽນໃໝ່ຈິນຕະການການ, ຄວາມຮັບຮູ້ ແລະ ລະບອບລະບຽບການ. ເປົ້າໝາຍແມ່ນຈະແຈ້ງ, ລະອຽດທີ່ສຸດ ດ້ວຍຄຳຮຽກຮ້ອງສູງ ແລະ ມີລັກສະນະປະຕິວັດ, ດ້ວຍ 3 ໄລຍະ: 2025-2030, 2035, 2045. 8 ມາດຕະການມີລັກສະນະກະທຳ, ບຸທະລຸ ແລະ ເປັນໄປໄດ້.
ຄວາມຍຸດຕິທຳໃນການສຶກສາ ໄດ້ຢືນຢັນຄຸນຄ່າວັດທະນະທຳມະນຸດ, ພ້ອມທັງ, ນີ້ກໍ່ແມ່ນພື້ນຖານສຳຄັນ ເພື່ອປຸກລຸກຄວາມສາມາດບົ່ມຊ້ອນ, ພູມປັນຍາ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງແຕ່ລະຄົນ, ສ້າງເປັນກຳລັງແຮງສັງລວມໃຫ້ທັງຊົນຊາດ. ອາຈານ ໂງເມົ້າຕິ່ງ, ຮອງຜູ້ອຳນວຍການໂຮງຮຽນສາມັນເຄິ່ງກິນອນຊົນເຜົ່າ ປະຖົມ ແລະ ມັດທະຍົມຕອນຕົ້ນ ເລິມຖຸຍ, ຕາແສງ ກີມເງິນ, ແຂວງ ກວາງຈີ້ ສະແດງຄວາມເຊື່ອໝັ້ນວ່າ:
ຈາກມະຕິເລກທີ 71 ນີ້, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການສຶກສາ ຫວຽດນາມ ໝັ້ນໝາຍກ້າວເຂົ້າສູ່ໄລຍະພັດທະນາຢ່າງແຮງ, ແມ່ນແຫ່ງທີ່ຜູ້ຮ່ຳຮຽນມີຫຼາຍໂອກາດເພື່ອເຕີບໂຕ, ແຫ່ງທີ່ຄູອາຈານໄດ້ຮັບການເຊີດຊູ ແລະ ເບິ່ງແຍງດູແລ, ແຫ່ງທີ່ໂຮງຮຽນໄດ້ຕໍ່ກຳລັງແຮງເພື່ອຍົກລະດັບຄຸນນະພາບ. ຍິ່ງກ່ວານັ້ນ, ນັ້ນແມ່ນຄວາມຕັດສິນໃຈເພື່ອໃຫ້ພວກເຮົາພ້ອມກັນຮ່ວມແຮງຮ່ວມໃຈ ປະກອບສ່ວນສ້າງພື້ນຖານການສຶກສາປ່ຽນແປງໃໝ່, ວັດທະນະທຳມະນຸດ.
ການສຶກສາຍຸດຕິທຳ-ຈາກຄຳຂວັນໄປສູ່ການກະທຳ
ມະຕິເລກທີ 71 ໄດ້ເປີດທິດເດີນໃໝ່ ເພື່ອແນໃສ່ສ້າງສັງຄົມຮ່ຳຮຽນ, ຮ່ຳຮຽນຕະຫຼອດຊີວິດ. ໃນສະພາບການຫັນເປັນໂລກາພິວັດ, ການຫັນເປັນດີຈີຕອນ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4, ພູມປັນຍາກາຍເປັນຊັບພະຍາກອນຕັດສິນທີ່ຕັ້ງຂອງປະເທດຊາດ. ທ່ານເລຂາທິການໃຫ່ຍ ໂຕເລິມ ຢືນຢັນວ່າ:
ການລົງທຶນໃຫ້ແກ່ການສຶກສາ ແມ່ນການລົງທຶນ, ເພີ່ມພູນຄູນສ້າງ, ຍົກສູງ “ເຄົ້າກຳລັງແຮງແຫ່ງຊາດ”, ແມ່ນການລົງທຶນໃຫ້ແກ່ອະນາຄົດຂອງຊາດ. ນີ້ແມ່ນຂົງເຂດແກ່ນສານຂອງທຸກແກ່ນສານ, ແມ່ນກຳລັງພື້ນຖານຂອງການເພີ່ມສະມັດຕະພາບ, ກ້າວກະໂດດຂອງກຳລັງແກ້ງແຍ້ງແຫ່ງຊາດ, ຫຼໍ່ລ້ຽງຄວາມຄາດຫວັງພັດທະນາ.
ມະຕິເລກທີ 71 ບໍ່ພຽງແຕ່ແມ່ນເອກະສານນະໂຍບາຍເທົ່ານັ້ນ, ຫາກຍັງແມ່ນຖະແຫຼງຢ່າງແຮງກ່ຽວກັບຄວາມຄາດຫວັງພັດທະນາປະເທດຊາດ ດ້ວຍພູມປັນຍາ. ເມື່ອ ປຊຊ ທຸກຄົນ ລ້ວນແຕ່ມີໂອກາດຮ່ຳຮຽນ, ເມື່ອຄວາມຍຸດຕິທຳໃນການສຶກສາໄດ້ຮັບປະກັນ, ນັ້ນແມ່ນຈຸດເວລາທີ່ ຫວຽດນາມ ສາມາດເສີມຂະຫຍາຍເປີດກວ້າງຄວາມສາມາດບົ່ມຊ້ອນທັງໝົດຂອງຊາດ, ສ້າງກຳລັງແຮງໂດດເດັ່ນໃໝ່ເພື່ອຫັນຄວາມຄາດຫວັງສ້າງສາປະເທດຊາດໃຫ້ຮຸ່ງເຮືອງ, ວັດທະນາຖາວອນໃຫ້ປະກົດຜົນເປັນຈິງ./.