ຂ່າວສານ
ພົບເຫັນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 30 ອັດຖິຢູ່ເຂດອະນຸສອນສະຖານນັກຮົບເສຍສະຫຼະຊີວິດເພື່ອຊາດ ເລທິຣຽງ
ເປີດກວ້າງຂອບເຂດຊອກຫາຢູ່ເຂດແຜ່ນສີລາຈາລຶກນັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ເລທິຣຽງ (ສວນສາທາລະນະ ເລທິຣຽງ, ນະຄອນ ໂຮ່ຈີມິນ), ຕອນເຊົ້າວັນທີ 16 ສິງຫາ, ກຳລັງທີ່ມີໜ້າທີ່ໄດ້ພົບເຫັນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 30 ອັດຖິ. ນີ້ແມ່ນຈຳນວນອັດຖິທີ່ໄດ້ພົບເຫັນຫຼາຍທີ່ສຸດນັບແຕ່ເມື່ອເລີ່ມປະຕິບັດການສຳຫຼວດເພື່ອຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ກຳລັງຊອກຫາກໍ່ພົບເຫັນມີວັດຖຸພັນຕິດມາພ້ອມຫຼາຍຢ່າງ.
ສະນັ້ນ, ພາຍຫຼັງການຊອກຫາ, ທ້ອນໂຮມອັດຖິຢູ່ສວນສາທາລະນະ ເລທິຣຽງ ເປັນເວລາເກືອບ 2 ເດືອນ, ກຳລັງທີ່ມີໜ້າທີ່ໄດ້ຊອກເຫັນອັດຖິນັກຮົບເສຍສະຫຼະຊີວິດເກືອບ 400 ອັດຖິ, ບັນລຸເກືອບເຄິ່ງໜຶ່ງເມື່ອທຽບໃສ່ບົດລາຍງານການຄົ້ນຄວ້າຂອງບັນດານັກຊ່ຽວຊານກ່ຽວກັບຈຳນວນນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ຝັງສົບຢູ່ເຂດນີ້.
ມາຮອດປະຈຸບັນ, “ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ ຍູ້ແຮງການປະຕິບັດການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ” ໄດ້ດຳເນີນ 137 ວັນເຕັມ. ບັນດາກຳລັງຊອກຫາ ແລະ ທ້ອນໂຮມໄດ້ຊອກເຫັນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 1.700 ອັດຖິໃນຂອບເຂດທົ່ວປະເທດ.






