• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພື້ນຖານເສດຖະກິດພວມພັດທະນາ ຫວຽດນາມ ຈະສືບຕໍ່ແມ່ນກຳລັງໜູນພັດທະນາໃຫ້ພາກພື້ນ

      ພື້ນຖານເສດຖະກິດພວມພັດທະນາ ຫວຽດນາມ ຈະສືບຕໍ່ແມ່ນກຳລັງໜູນພັດທະນາໃຫ້ພາກພື້ນ ນີ້ແມ່ນຄຳຢັ້ງຢືນຂອງທ່ານ Donald Campbell ປະທານສະພາຮ່ວມມືເສດຖະກິດ ປາຊີຟິກ 
ທ່ານ Donald Campbell
      ໃນການແລກປ່ຽນກັບນັກຂ່າວຢູ່ນອກກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC (SOM 2) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງພວມດຳເນີນໄປຢູ່ ຮ່າໂນ້ຍ. ຕາມທ່ານ Donald Campbell ແລ້ວ ໃນຮອບ 28 ປີນັບແຕ່ເມື່ອສ້າງຕັ້ງ, APEC ບັນລຸໄດ້ບັນດາຜົນງານດີພໍສົມຄວນໃນຫລາຍຂົງເຂດ. ທ່ານ Donald Campbell ໃຫ້ຮູ້ວ່າ:
        “ບົດບາດຂອງ APEC ແມ່ນສືບຕໍ່ສ້າງກຳລັງໜູນ ເພື່ອເຊື່ອມຕໍ່ເສດຖະກິດ, ຊຸກຍູ້ການຫັນການຄ້າເປັນເສລີ, ເປີດປະຕູຕະຫລາດການຄ້າ. ພາກພື້ນ APEC ດ້ວຍບາງພື້ນຖານເສດຖະກິດພວມພັດທະນາແຮງຄື ຫວຽດນາມ ໝັ້ນໝາຍສືບຕໍ່ພັດທະນາໃນ 20  30 ປີຈະມາເຖິງ ເພື່ອບັນລຸລະດັບການເຕີບໂຕຕາມຄວາມຫວັງ, ບັນດາພື້ນຖານເສດຖະກິດສະມາຊິກ APEC, ໃນນັ້ນມີ ຫວຽດນາມ ຄວນຮັບປະກັນການເຕີບໂຕໝັ້ນຄົງ, ກວມລວມ, ແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ, ຄວາມແຕກໂຕນກັນລະຫວ່າງຄວາມຮັ່ງມີ ແລະ ທຸກຍາກເພີ່ມຂຶ້ນ.  
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

2 ຝ່າຍໄດ້ພ້ອມກັນຕີລາຄາຄືນສະພາບການພົວພັນຮ່ວມມືລະຫວ່າງ 2 ປະເທດ, ເປັນເອກະພາບບັນດາການກຳນົດທິດໃຫຍ່ເພື່ອເປີດກວ້າງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອເລິກເຊິ່ງກວ່າ

Top