• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ມອບ​ລາງວັນ ຄ້ອນ​ຕີກ່ຽວ​ຄຳ ຄັ້ງ​ທີ VIII ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 01 ກຸມ​ພາ

ພິທີປະກາດ ແລະ ມອບລາງວັນ ຄ້ອນຕີກ່ຽວຄຳ ຄັ້ງທີ VIII ປີ 2023 ແມ່ນເຫດການທີ່ມີຄວາມໝາຍຄວາມສຳຄັນດ້ານການເມືອງ, ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 01 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ຄົບຮອບ 94 ປີ.
ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກຄອມມູນິດ ຫວຽດນາມ (ພາບ:dangcongsan.vn)

ຕອນບ່າຍວັນທີ 03 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກຄອມມູນິດ ຫວຽດນາມ, ຫົວໜ້າຄະນະຊີ້ນຳການເສັງລາງວັນສື່ມວນຊົນທົ່ວປະເທດ ກ່ຽວກັບວຽກງານກໍ່ສ້າງພັກ (ລາງວັນຄ້ອນຕີກ່ຽວຄໍາ) ຄັ້ງທີ VIII ປີ 2023, ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳ, ຄະນະຈັດຕັ້ງການເສັງລາງວັນດັ່ງກ່າວ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ ໃຫ້ຮູ້ວ່າ: ພິທີປະກາດ ແລະ ມອບລາງວັນ ຄ້ອນຕີກ່ຽວຄຳ ຄັ້ງທີ VIII ປີ 2023 ແມ່ນເຫດການທີ່ມີຄວາມໝາຍຄວາມສຳຄັນດ້ານການເມືອງ, ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 01 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ຄົບຮອບ 94 ປີ (3/2/1930 - 3/2/2024).

ໃນກອງປະຊຸມ, ທ່ານ ໂງມິງຕວັນ ຫົວໜ້າບັນນາທິການ ວາລະສານກໍ່ສ້າງພັກ ໃຫ້ຮູ້ວ່າ  ຈາກ 120 ຜົນງານທີ່ເຂົ້າຮ່ວມການເສັງ, ສະພາກຳມະການຈະຄັດຈ້ອນເອົາຜົນງານເຂົ້າຮອບໃຫ້ຄະແນນສຸດທ້າຍ, ຫຼັງຈາກນັ້ນ ສະພາກຳມະການຮອບສຸດທ້າຍຈະພິຈາລະນາ, ເຫັນດີເປັນເອກະພາບ ເພື່ອເລືອກເອົາບັນດາຜົນງານທີ່ມີຄຸນນະພາບດີທີ່ສຸດ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top