• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ນິວ​ຊີ​ແລນ

ທີ່​ພິ​ທີ​ຕ້ອ​ນ​ຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ Cindy Kiro ຜູ້​ສຳ​ເລັດລາດ​ຊະ​ການໄດ້​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ທີ່ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ນິວ​ຊີ​ແລັນ.
(ແຫຼ່ງຄັດຈາກ VOV)
  ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປ​ະ​ເທດ​ຫວຽດ​ນາມ ແລະ ທ່ານນາງ Cindy Kiro ຜູ້​ສຳ​ເລັດລາດ​ຊະ​ການ ນິວ​ຊີ​ແລັນກ​ວດກອງ​ກຽດ​ຕິ​ຍົດ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 13 ສິງ​ຫາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ທຳ​ນຽບ​ຜູ້​ສຳ​ເລັດລາດ​ຊະ​ການ ນິວ​ຊີ​ແລັນ ຢູ່​ນະ​ຄອນ Auckland, ທ່ານນາງ Cindy Kiro ຜູ້​ສຳ​ເລັດລາດ​ຊະ​ການ ນິວ​ຊີ​ແລັນ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປ​ະ​ເທດ​ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ນິວ​ຊີ​ແລັນ (ແຕ່​ວັນ​ທີ 12 – 14 ສິງ​ຫາ 2026).

ທີ່​ພິ​ທີ​ຕ້ອ​ນ​ຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ Cindy Kiro ຜູ້​ສຳ​ເລັດລາດ​ຊະ​ການໄດ້​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ທີ່ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ນິວ​ຊີ​ແລັນ. ສິ້ນ​ສຸດ​ພິ​ທີ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ດຳ​ເນີນກອງ​ປະ​ຊຸມ​ເຈ​ລະ​ຈາ​ກັບ​ທ່ານ​ນາງ Cindy Kiro ຜູ້​ສຳ​ເລັດລາດ​ຊະ​ການ ນິວ​ຊີ​ແລັນ, ເຈ​ລະ​ຈາ​ກັບ​ທ່ານ Christopher Luxon ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລັນ, ເປັນ​ສັກ​ຂີ​ພິ​ຍານ ພິ​ທີ​ມອບ​ຮັບ​ເອ​ກະ​ສານ​ຮ່ວມ​ມື ແລະ ພົບ​ປະ​ກັບ​ສື່ມວນ​ຊົນ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ-ນິວ​ຊີ​ແລນ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ-ນິວ​ຊີ​ແລນ

ສອງ​ຝ່າຍ​ຢືນ​ຢັນ​ຄືນ​ໃໝ່ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ກໍ່​ຄື​ບົດ​ບາດ​ສຳ​ຄັນ​ຂອງ ອາ​ຊຽນ ແລະ ບັນ​ດາ​ກົນ​ໄກ​ໂດຍ ອາ​ຊຽນ ນຳ​ພາ

Top