• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄວ້ອາໄລ ແລະ ປົງ ອັດຖິ ນັກຮົບແລະ ຜູ້ຊ່ຽວຊານເສຍສະຫຼະຊີວິດ ຢູ່ລາວ ແລະ ກຳປູເຈຍ

      ຕອນເຊົ້າວັນທີ 27 ເມສາ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອ ຊາດເມືອງ ງອກໂຮ່ຍ, ແຂວງ ກອມຕູມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ21 ຊຸດ. 

ພິທີໄວ້ອາໄລ ແລະ ປົງ ອັດຖິ ນັກຮົບແລະ ຜູ້ຊ່ຽວຊານເສຍສະຫຼະຊີວິດ ຢູ່ລາວ ແລະ ກຳປູເຈຍ 
(ພາບ: VGP)
      ນີ້ແມ່ນອັດຖິຂອງບັນດານັກຮົບ, ທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່ຢູ່ປະເທດເພື່ອນມິດ ໃນບັນດາໄລຍະສົງຄາມ ຈຳນວນອັດຖິດັ່ງກ່າວໄດ້ກອງ K53 ຂອງກອງບັນຊາການທະຫານແຂວງ ກອມຕຸມຊອກຄົ້ນຫາ ແລະ ນຳກັບເມືອບ້ານເກີດເມືອງນອນໃນລະດູແລ້ງ 2019 – 2020. ໃນຈຳນວນ ອັດຖິ 21 ຊຸດດັ່ງກ່າວ, ມີ 16 ຊຸດຊອກຄົ້ນຫາໄດ້ຢູ່ບໍລິເວນແຂວງ ຕາແວງ, ເມືອງ Rattanakiri (ລາຊະອານາຈັກ ກຳປູເຈຍ), ສ່ວນ 5 ຊຸດຍັງເຫຼືອໄດ້ທ້ອນໂຮມຢູ່ບໍລິເວນ 3 ແຂວງທາງພາກໃຕ້ຂອງລາວນັ້ນ ແມ່ນເຊກອງ, ອັດຕາປື ແລະ ຈຳປາສັກ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top