• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄວ້ອາໄລ ພົນຕີ ດົ່ງສີ໊ງວຽນ ຖືກຈັດຂຶ້ນຢ່າງສົມກຽດຕາມພິທີລະດັບຊາດ

ພິທີໄວ້ອາໄລລະດັບຊາດ ທ່ານພົນຕີ ດົ່ງສີ໊ງວຽນ, ອະດີດກໍາມະການກົມການເມືອງ, ອະດີດຮອງປະທານສະພາລັດຖະມົນຕີ (ປັດຈຸບັນແມ່ນຮອງນາຍົກລັດຖະມົນຕີ), ອະດີດຜູ້ບັນຊາການທະຫານ ເຈື່ອງເຊີນ ຢ່າງສົມກຽດ.
ຕອນເຊົ້າວັນທີ 10 ເມສາ, ທີ່ຫໍທໍາພິທີສົບແຫ່ງຊາດ ເລກທີ 5 ຖະໜົນເຈິ່ນແທ໊ງຕົງ, ນະຄອນຮ່າໂນ້ຍ, ຂອງຫວຽດນາມ. ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄອບຄົວ ທ່ານພົນຕີ ດົ່ງສີ໊ງວຽນ  ໄດ້ຈັດຕັ້ງພິທີໄວ້ອາໄລລະດັບຊາດ ທ່ານພົນຕີ ດົ່ງສີ໊ງວຽນ, ອະດີດກໍາມະການກົມການເມືອງ, ອະດີດຮອງປະທານສະພາລັດຖະມົນຕີ (ປັດຈຸບັນແມ່ນຮອງນາຍົກລັດຖະມົນຕີ), ອະດີດຜູ້ບັນຊາການທະຫານ ເຈື່ອງເຊີນ ຢ່າງສົມກຽດ.

ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເປັນຫົວໜ້າຄະນະໄດ້ເຂົ້າໄວ້ອາໄລທ່ານພົນຕີ ດົ່ງສີ໊ງວຽນ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈກັບຄອບຄົວ

ເປີດສາກພິທີໄວ້ອາໄລ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເປັນຫົວໜ້າຄະນະໄດ້ເຂົ້າໄວ້ອາໄລທ່ານພົນຕີ ດົ່ງສີ໊ງວຽນ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈກັບຄອບຄົວ.

        ຄະນະຜູ້ແທນລັດຖະບານ ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນຫົວໜ້າຄະນະ ເຂົ້າໄວ້ອາໄລ. ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງ ຫງວຽນທິກິມເງິນ ກໍາມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ເປັນຫົວໜ້າຄະນະເຂົ້າໄວ້ອາໄລ.  ນອກຈາກນັ້ນ, ຍັງມີຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ອະດີີດການນໍາພັກ, ລັດ, ບັນດາສະຫາຍ ນັກປະຕິວັດຜູ້ອາວຸດໂສ... ກໍໄດ້ເຂົ້າຮ່ວມພິທີດ່ັງກ່າວ.    

        ພິທີປົງສົບທ່ານພົນຕີ ດົ່ງສີ໊ງວຽນ ຈະດໍາເນີນໃນເວລາ 17 ໂມງຂອງວັນດຽວກັນ, ຢູ່ປ່າຊ້າ ຫວິ໊ງຮັ່ງ, ເມືອງບາວີ່, ນະຄອນຮ່າໂນ້ຍ./.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top