ຕອນຄ່ຳວັນທີ 25 ມິຖຸນາ, ຢູ່ສະໜາມຫຼວງ ງໍ້ມົນ, ນະຄອນເຫ້ວ, ໃນສັບປະດາ ງານມະໂຫລານ 2022.
ລາຍການສິລະປະພິເສດໃນຄ່ຳຄືນເປີດງານມະໂຫລານ ໄດ້ຟື້ນຄືນໃຫ້ເຫັນ ກ່ຽວກັບນະຄອນຫຼວງ ເຫວ້ ທີ່ມີມູນເຊື້ອອັນຍາວນານ; ພ້ອມກັນນັ້ນ, ກໍ່ໃຫ້ກຽດແກ່ການພັດທະນາແບບຍືນຍົງ “ນະຄອນຂຽວ”, ສະແດງໃຫ້ເຫັນຄວາມມຸ່ງມາດປາຖະໜາ ກ່ຽວກັບ ເຫວ້- ນະຄອນ ແຫ່ງງານມະໂຫລານ ຂອງ ອາຊີ ພ້ອມກັບ ຫວຽດນາມ ບັນລຸດຜົນສຳເລັດ ຂຳ່ນັບຮັບຕ້ອນ ອະນາຄົດ.
ຫຼາຍການສະແດງໄດ້ຮັບການຈັດສາກຢ່າງລະອຽດ ແລະ ພິຖີພິຖັນ ຊຶ່ງສະແດງໃຫ້ເຫັນຄວາມເປັນເອກະລັກສະເພາະຂອງເມືອງ ເຫ້ວ ແລະ ການເຊື່ອມໂຍງ, ພັດທະນາຄື: “ຄວາມມຸ່ງມາດປາດຖະໜາ ກ່ຽວກັບເຫ້ວ”, “ປະເທດຊາດແຫ່ງສັນຕິພາບ”, “ໄປຟັງນ້ອງຮ້ອງເພງ ກ່ຽວກັບນະຄອນຫຼວງບູຮານ”, “ສີສັນ ເຮືອງບິ່ງ”, “ຮັກແພງເຫ້ວ”… ສະຫຼັບກັນໃນງານສະແດງສິລະປະແມ່ນງານວາງສະແດງ ອ໋າວຢ່າຍ ທີ່ເປັນເອກະລັກ ແລະ ສາກການຍິງບັ້ງໄຟດອກ ຊຶ່ງນຳມາໃຫ້ທ່ານຜູ້ຊົມຄວາມປະທັບໃຈ ທີ່ຍາກຈະຫຼົງລືມໄດ້.
ສັບປະດາ Festival ເຫ້ວ 2022 ຈະດຳເນີນໄປແຕ່ວັນທີ 25 – 30 ມິຖຸນາ ດ້ວຍເກືອບ 40 ເຫດການ ແລະ ລາຍການ./.