• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີເປີດບັ້ນແຂ່ງຂັນການປະກວດບົດຄວາມເລື່ອງເລົ່າ “ອານຸສອນແຫ່ງຄວາມຊົງຈຳ”

ບົດເຂົ້າຮ່ວມການປະກວດແມ່ນບັນດາບົດຂຽນ, ວີດີໂອ ກຼລິບ, ບັນທຶກສຽງຂອງຜູ້ແຕ່ງ ແບ່ງປັນເລື່ອງລາວຂອງຕົນກ່ຽວກັບວັດຖຸອານຸສອນຄື: ໝວກ, ເສື້ອ, ຖົມເປ້, ຈົດໝາຍ, ບົດກະວີ…
  (ພິທີເປີດບັ້ນແຂ່ງຂັນ)  

ຕອນເຊົ້າວັນທີ 09 ພຶດສະພາ, ຢູ່ ຮ່າໂນ້ຍ, ໄດ້ເປີດບັ້ນແຂ່ງຂັນການປະກວດບົດຄວາມເລື່ອງເລົ່າ “ອານຸສອນແຫ່ງຄວາມຊົງຈຳ” ຢ່າງເປັນທາງການ. ນີ້ແມ່ນການເຄື່ອນໄຫວນອນໃນລາຍການສື່ມວນຊົນສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”. ພິທີເປີດບັ້ນແຂ່ງຂັນໄດ້ຈັດຂຶ້ນແບບໂດຍກົງ ສົມທົບກັບທາງໄກ ດ້ວຍສະຖານທີ່ເຊື່ອມຕໍ່ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕິດຕະພາບ ຫວຽດນາມ (ຢູ່ ຮ່າໂນ້ຍ) ແລະ ສະມາຄົມມິດຕະພາບ ລາວ- ຫວຽດນາມ (ຢູ່ນະຄອນຫຼວງວຽງຈັນ, ລາວ).

  (ທ່ານ ຈັນທະພອນ ຄຳມະນີຈັນ ກ່າວຄຳເຫັນທີ່ພິທີ)  

ເປົ້າໝາຍເຂົ້າຮ່ວມບັ້ນແຂ່ງຂັນແມ່ນສ່ວນບຸກຄົນ, ໝູ່ຄະນະນັກຊ່ຽວຊານ, ພະນັກງານ, ນັກຮົບບັນດາກຳລັງປະກອບອາວຸດ, ອົງການ ໝູ່ຄະນະ, ວິສາຫະກິດ, ນັກສຶກສາ, ນັກຮຽນ…  ຊາວ ຫວຽດນາມ ທີ່ເຄີຍປະຕິບັດງານ, ຮ່ຳຮຽນ, ຢ້ຽມຢາມປະເທດລາວ ຫຼື ຊາວ ລາວ ທີ່ເຄີຍປະຕິບັດງານ, ຮ່ຳຮຽນຢູ່ ຫວຽດນາມ. ທ່ານ ຟານແອັງເຊີນ, ຮອງປະທານ, ເລຂານຸການໃຫຍ່ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ໃຫ້ຮູ້ວ່າ, ບົດເຂົ້າຮ່ວມການປະກວດແມ່ນບັນດາບົດຂຽນ, ວີດີໂອ ກຼລິບ, ບັນທຶກສຽງຂອງຜູ້ແຕ່ງ ແບ່ງປັນເລື່ອງລາວຂອງຕົນກ່ຽວກັບວັດຖຸອານຸສອນຄື: ໝວກ, ເສື້ອ, ຖົມເປ້, ຈົດໝາຍ, ບົດກະວີ… ເວລາເກັບຮັກສາຂອງວັດຖຸພັນຢ່າງໜ້ອຍສຸດເປັນເວລາ 5 ປີ (ນັບແຕ່ປີ 2017):

ການປະກວດນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນ, ພະນັກງານ, ອະດີດທະຫານ, ນັກສິລະປີນ, ນັກສຶກສາ, ນັກຮຽນຂອງ 2 ປະເທດ ຫວນຄືນ, ເລົ່າຄືນ, ຂຽນກ່ຽວກັບອານຸສອນ, ເລື່ອງລາວທີ່ຕື້ນຕັນໃຈ, ສູງສົ່ງ, ໜ້າຈົດຈຳ, ມີຄວາມເອກອ້າງທະນົງໃຈກ່ຽວກັບນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ລາວ”.

ຄະນະຈັດຕັ້ງກໍ່ສົ່ງເສີມບັນດາຜູ້ຂຽນສົ່ງວັດຖຸແຫ່ງອານຸສອນມາເພື່ອວາງສະແດງທີ່ພິທີສະຫຼຸບມອບລາງວັນຢູ່ ຮ່າໂນ້ຍ, ເຊິ່ງຄາດວ່າ ຈະໄດ້ຈັດຂຶ້ນໃນເດືອນ ກັນຍາ 2022.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top