• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີເຄົາລົບທຸງຕົ້ນປີໃມ່2017ຢູ່ເຂດກ້ຳຕາເວັນອອກໃນເຂດດິນຕໍ່ແຜ່ນຂອງປະເທດຊາດ

ພິ​ທີ​ເຄົາ​ລົບ​ທຸງຕົ້ນ​ປີ​ໃມ່ 2017
(ພາບ: congan.com.vn)
      ວັນ​ທີ 01/01, ແຂວງ ຟຸ໋​ອຽນ ໄດ້​ຈັດ​ພ​ິ​ທີເຄົາ​ລົບ​ທຸງ​ຍາມ​ຕົ້ນ​ປີ​ໃໝ່ 2017 ແລະ ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​ຜູ້​ທຳ​ອິດ​ມາ​ຢ້ຽ​ມ​ຢາມ ມຸຍ​ດ້ຽນ (ຫຼື​ເອີ້ິ້ນ​ວ່າ ມຸຍ​ດ້າຍ​ແລ້ງ), ເປັນ​ເຂດ​ກ້ຳ​ຕາ​ເວັນ​ອອກ ໃນ​ເຂດ​ດິນ​ຕໍ່​ແຜ່ນ​ຂອງ​ຫວຽດ​ນາມ. ​ການ​ເຄື່ອນ​ໄຫວ​ເຄົາ​ລົບ​ທຸງ​ຍາມ​ຕົ້ນ​ປີ​ໃໝ່ 2017 ເຊິ່ງ​ແຂວງ ຟ​ຸ໋​ອຽນ ຈັດ​ຕັ້ງ​ແມ່ນ​ເພື່ອ​ແນ​ໃສ່​ສຶກ​ສາ​ຄວາມ​ຮັກ​ຊາດ, ຈິດ​ໃຈ​ເອກ​ອ້າງ​​ທະ​ນົງ​ໃຈ​ເອ​ກະ​ລາດ​ຊົນ​ຊາດ; ພ້ອມ​ທັງ​ເປັນ​ຂີດ​ໝາຍ​ເລີ່ມ​ຕົ້ນ​ອັນ​ດີ​ງາມ​ຂອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຊົມ​ເຊີຍ​ພັກ, ຊົນ​ເຊີຍ​ລະ​ດູບ​ານ​ໃໝ່​ເຕັມ​ໄປ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຢູ່​ຟຸ໋​ອຽນ. ພ້ອມ​ກັບ​ພິ​ທີ​ເຄົາ​ລົບ​ທຸງ, ຟຸ໋​ອຽນ ຍັງ​ຈັດ​ພິ​ທີ​ຕ້ອນ​ຮັບ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ຜູ້​ທຳ​ອິດ​ມາ​ຢ້ຽມ​ຢາມ​ເຂດ​ປູ່ຊະ​ນີ​ຍະ​ສະ​ຖານ ບ້າຍ​ມົນ - ມຸຍ​ດ້ຽນ ທີ່ມີ​ຊື່​ສ​ຽງ​ອີກ​ດ້ວຍ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ວັນທີ 18 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 36 ຂອງ ບັນດາປະເທດພາຄີ ສົນທິສັນຍາອົງການສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ (ສ ອາເມລິກາ), ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ, ຮອງຜູ້ນຳນວຍການ ສະຖາບັນການຕ່າງປະເທດ, ຜູ້ສະໝັກຮັບເລືອກຕັ້ງ ຂອງ ຫວຽດນາມ ໄດ້ຮັບເລືອກຕັ້ງ ເຂົ້າໃນຕຳແໜ່ງ ຜູ້ພິພາກສາ ສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026-2035 ດ້ວຍຄະແນນສຽງສູງສຸດ ໃນພາກພື້ນ ອາຊີ - ປາຊີຟິກ.

Top