• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີມອບ-ຮັບ ຂໍ້ຕົກລົງຖືສັນຊາດ ຫວຽດນາມ ໃຫ້ແກ່ ພົນລະເມືອງລາວ 38 ຄົນ

ຕາມຂໍ້ຕົກລົງເລກທີ 561 ຂອງປະທານປະເທດແຫ່ງ ສປປ.ຫວຽດນາມ ແມ່ນມີ 38 ຄົນ ໄດ້ຮັບອະນຸຍາດໃຫ້ຖືສັນຊາດຫວຽດນາມ.
ພິທີປະກາດ, ມອບ-ຮັບຂໍ້ຕົກລົງ ຂອງປະທານປະເທດແຫ່ງ ສສ.ຫວຽດນາມ ອະນຸຍາດໃຫ້ຖືສັນຊາດຫວຽດນາມ ສໍາລັບ ພົນລະເມືອງລາວ  

ຕອນເຊົ້າວັນທີ 21 ພຶດສະພາ, ຢູ່ເມືອງ ດັກ ກລີ, ແຂວງກອນຕຸມຂອງຫວຽດນາມ, ກະຊວງຍຸຕິທໍາຫວຽດນາມ ໄດ້ສົມທົບກັບ ຄະນະກໍາມະການປະຊາຊົນ ແຂວງກອນຕຸມ ຈັດຕັ້ງພິທີປະກາດ, ມອບ-ຮັບຂໍ້ຕົກລົງ ຂອງປະທານປະເທດແຫ່ງ ສສ.ຫວຽດນາມ ອະນຸຍາດໃຫ້ຖືສັນຊາດຫວຽດນາມ ສໍາລັບ ພົນລະເມືອງລາວ 17 ຄົນ ທີ່ພວມດໍາລົງຊີວິດໃນບໍລິເວນເມືອງ.

        ບັນດາພົນລະເມືອງລາວເຫຼົ່ານັ້ນ ແມ່ນຊາວອົບພະຍົບແບບຊະຊາຍ, ພວມດໍາລົງຊີວິດຢູ່ 11 ບ້ານ ຂຶ້ນກັບ 3 ຕາແສງຄື ດັກມົນ, ດັກລອງ ແລະ ດັກຍອງ ຂອງເມືອງ ດັກ ກລີ. ຕາມຂໍ້ຕົກລົງເລກທີ 561 ຂອງປະທານປະເທດແຫ່ງ ສປປ.ຫວຽດນາມ ແມ່ນມີ 38 ຄົນ ໄດ້ຮັບອະນຸຍາດໃຫ້ຖືສັນຊາດຫວຽດນາມ ແລະ ອາໄສຢູ່ 18 ບ້ານ ຂຶ້ນກັບ 6 ຕາແສງ ຂອງເມືອງ ດັກ ກລີ ແລະ ງອກໂຮ່ຍ, ແຂວງກອນຕຸມ. ຕໍ່ຈາກນັ້ນ, ຄາດວ່າ, ວັນທີ 22 ພຶດສະພາ, ຢູ່ເມືອງງອກໂຮ່ຍ, ກະຊວງຍຸຕິທໍາຫວຽດນາມ ແລະ ຄະນະກໍາມະການແຂວງກອນຕຸມ ກໍຈະຈັດພິທີປະກາດ ແລະ ມອບ-ຮັບຂໍ້ຕົກລົງວ່າດ້ວຍການອະນຸຍາດໃຫ້ຖືສັນຊາດ ຫວຽດນາມ ສໍາລັບ ພົນລະເມືອງລາວ 21 ຄົນ ທີ່ພວມອາໄສຢູ່ 3 ຕາແສງຄື ດັກຢູກ, ດັກນົງ ແລະ ເບີ່ອີ ຂອງເມືອງງອກໂຮ່ຍ. 

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top