• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ ​ແລະ ລັດ ຍາມ​ໃດ​ກໍ​ຈາລຶກ​ຄຸນງາມຄວາມດີ​ຂອງບັນດາ​ນັກຮົບ​ວິລະ​ຊົນ​ເສຍສະຫຼະຊີວິດ​ເພື່ອ​ຊາດ ​ແລະ ທະຫານ​ເສຍ​ອົງຄະ

ເນື່ອງໃນໂອກາດຄົບຮອບ 73 ປີ ລະນຶກວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/07/2020), ວັນທີ 27 ກໍລະກົດ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນຈໍານວນ 60 ພູດໃຫ້ແກ່ 30 ຄອບຄົວເປົ້າໝາຍນະໂຍບາຍ ແລະ ນັກຮຽນ 30 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ຕາມເດືອງ, ແຂວງລາຍເຈົາ.

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງມອບຂອງຂວັນຈໍານວນ 60 ພູດໃຫ້ແກ່ 30 ຄອບຄົວເປົ້າໝາຍນະໂຍບາຍ ແລະ ນັກຮຽນ 30 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ຕາມເດືອງ, ແຂວງລາຍເຈົາ (ພາບ: baolaichau.vn)

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເນັ້ນໜັກວ່າ ພັກ ແລະ ລັດ ຍາມໃດກໍຈາລຶກ ແລະ ຮູ້ບຸນຄຸນ, ການປະກອບສ່ວນ ກໍຄືການເສຍສະຫຼະອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວມີຄຸນງາມຄວາມດີ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນສົງຄາມຄັ້ງຕ່າງໆ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ສະເໜີແຂວງ ລາຍເຈົາ ຕ້ອງເອົາໃຈໃສ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ເດັກນ້ອຍຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ເອົາໃຈໃສ່ເປັນພິເສດເຖິງໂຄງການພັດທະນາເສດຖະກິດ - ສັງຄົມ ໃຫ້ແກ່ພໍ່ແມ່ພີ່່ນ້ອງເຂດພູດອຍ ແລະ ຊົນເຜົ່າສ່ວນໜ້ອຍ. 
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top