• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງບັນດາອົງການສາສະໜາ, ຜູ້ມີຍົດຖາບັນດາສັກ, ສາສະນິກກະຊົນ

      ພັກ, ລັດຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງບັນດາອົງການສາສະໜາ, ຜູ້ມີຍົດຖາບັນດາສັກ, ສາສະນິກກະຊົນ” 

ທ່ານນາງ ເຈືອງທິມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ (ພາບ: TTXVN)
      ນັ້ນແມ່ນຄຳຢັ້ງຢືນຂອງທ່ານນາງ ເຈືອງທິມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ທີ່ການພົບປະກັບບັນດາສະມາຊິກສະພາແຫ່ງຊາດຊຸດທີ 14 ເປັນຜູ້ທີ່ມີຍົດຖາບັນດາສັກໃນສາສະໜາ ໂດຍຄະນະຂົນຂວາຍປະຊາຊົນສູນກາງຈັດຕັ້ງໃນຕອນເຊົ້າວັນທີ 12 ພະຈິກ ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ການພົບປະ, ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ:
        ຂ້າພະເຈົ້າປາດຖະໜາວ່າ ບັນດາຜູ້ມີຍົດຖາບັນດາສັກເຊິ່ງເປັນສະມາຊິກສະພາແຫ່ງຊາດ ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງ ຂອງພໍ່ແມ່ປະຊາຊົນຖືສາສະໜາ ປະກອບເຂົ້າໃນວິວັດການພັດທະນາລວມຂອງບັນດາສາສະໜາ ກໍ່ຄືການພັດທະນາລວມຂອງປະເທດຊາດ.
        ມາຮອດປະຈຸບັນ, ລັດ ຫວຽດນາມ ໄດ້ຮັບຮອງເອົາອົງການສາສະໜາ 42 ແຫ່ງທີ່ຂຶ້ນກັບ 15 ສາສະໜາ ດ້ວຍສາສະນິກກະຊົນປະມານ 25,3 ລ້ານຄົນ, ກວມເອົາ 27% ປະຊາກອນໃນທົ່ວປະເທດ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top