• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດ ຍາມ​ໃດ​ກໍ່​ມີ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຕໍ່​ຄວາມ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິ​ດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ​ເຊື່ອ​ຖື​ສາ​ສະ​ໜາ​ຂອງ ປະ​ຊາ​ຊົນ

ທ່ານຮອງນາຍົກລັດຖະມົນຕີ ຢາກໃຫ້ ສັງຄະນາຍົກ ຫງວຽນຍັງ ແລະ ບັນດາການນຳ, ຜູ້ມີຍົກສັກຕຳແໜ່ງໃນສາສະໜາຄຼິດນະຄອນ ໂຮ່ຈີມິນ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີແຫ່ງຊາດ, ສ້າງສະມາຄົມສາສະໜາ ກາໂລລິດ ຫວຽດນາມ.
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ແລະ ສັງຄະນາຍົກ ຫງວຽນນັງ (ພາບ: TTXVN)  

ເນື່ອງໃນໂອກາດວັນບຸນຄຼິດສະມາດ 2022 ແລະ ປີ ໃໝ່ສາກົນ 2023, ຕອນເຊົ້າວັນທີ 21 ທັນວາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ໄປຢ້ຽມຢາມສຳນັກສັງຄະລາດເຂດຊາວຄຼິດ ນະຄອນໂຮ່ຈີມິນ, ອວຍພອນສັງຄະນາຍົກ ຫງວຽນນັງ, ຢ້ຽມຢາມສະມາຄົມໃຫຍ່ສາສະໜາໂປແຕັສຕັງ ຫວຽດນາມ (ພາກໃຕ້) ແລະ ອວຍພອນຄຸນພໍ່, ຫົວໜ້າສະມາຄົມ ທ໊າຍເຟືອກເຈື່ອງ.

ຢູ່ສຳນັກສັງຄະລາດເຂດຊາວຄຼິດນະຄອນໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍຕໍ່ຄວາມເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງ ປະຊາຊົນ, ຕອບສະໜອງສິດ, ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍ ຂອງສາສະໜາຕ່າງໆ, ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ພີ່ນ້ອງຖືສາສະໜາຕ່າງໆ, ໃນນັ້ນມີພໍ່ແມ່ພີ່ນ້ອງຊາວຄຼິດມີຄວາມອຸ່ນອ່ຽນໃຈໃນການດຳເນີນຊີວິດທາງສາສະໜາເສີມຂະຫຍາຍຈິດໃຈ “ດຳລົງຊີວິດຢ່າງມີຫຼັກພະທຳຄຳສັ່ງສອນຂອງສາສະໜາເຢຊູ”, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຂົ້າຮ່ວມການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຢາກໃຫ້ ສັງຄະນາຍົກ ຫງວຽນຍັງ ແລະ ບັນດາການນຳ, ຜູ້ມີຍົກສັກຕຳແໜ່ງໃນສາສະໜາຄຼິດນະຄອນ ໂຮ່ຈີມິນ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີແຫ່ງຊາດ, ສ້າງສະມາຄົມສາສະໜາ ກາໂລລິດ ຫວຽດນາມ, ຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໃຫ້ເປັນປຶກແຜ່ນແໜ້ນໜາ, ປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top