• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງໃຫ້ແກ່ລຸ້ນໜຸ່ມ

      “ຄວາມເອກອ້າງທະນົງໃຈ ຫວຽດນາມ” ຄັ້ງທີ II, ປີ 2017. ທ່ານນາງ ຮອງປະທານປະເທດ ດັ້ງທີ້ງ້ອກທີ້ງ ຢືນຢັນວ່າ ພັກ, ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງໃຫ້ແກ່ລຸ້ນໜຸ່ມເວົ້າລວມ ແລະ ພວກນ້ອງນັກຮຽນມັດທະຍົມຕອນປາຍ ເວົ້າສະເພາະ. 

ທ່ານນາງຮອງປະທານປະເທດ ດັ້ງທຶງອັກທິ້ງ ມອບລາງວັນໃຫ້ນັກຮຽນເຂົ້າຮ່ວມ
      ໃນຕອນບ່າຍວັນທີ 3 ທັນວາ, ຢູ່ ຮ່າໂນ້ຍ, ທ່ານນາງ ດັ້ງທິງອັກທີ້ງ ຮອງປະທານປະເທດ ຫວຽດນາມ ພົບປະກັບ ນັກຮຽນ 63 ຄົນ ທີ່ມາຈາກບັນດາ ໂຮງຮຽນມັດທະຍົມຕອນປາຍ, ສູນສຶກສາເປັນປະຈຳ - ສຶກສາວິຊາອາຊີບ ໃນທົ່ວປະເທດ ເຊິ່ງໄດ້ເຂົ້າຮ່ວມຮອບຊິງຊະນະເລີດໃນການເສັງຊອກຮູ້ປະຫວັດສາດ, ວັດທະນະທຳຂອງຊາດທີ່ມີຫົວຂໍ້ວ່າ:     “ຄວາມເອກອ້າງທະນົງໃຈ ຫວຽດນາມ” ຄັ້ງທີ II, ປີ 2017. ທ່ານນາງ ຮອງປະທານປະເທດ ດັ້ງທິງອັກທີ້ງ ຢືນຢັນວ່າ ພັກ, ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງໃຫ້ແກ່ລຸ້ນໜຸ່ມເວົ້າລວມ ແລະ ພວກນ້ອງນັກຮຽນມັດທະຍົມຕອນປາຍ ເວົ້າສະເພາະ. ທ່ານນາງ ຮອງປະທານປະເທດ ດັ້ງທິງອັກທີ້ງ ປາດຖະໜາວ່າ ຊາວໜຸ່ມ, ນັກສຶກສາ, ນັກຮຽນ ຫວຽດນາມ ມີຄວາມມານະພະຍາຍາມຮ່ຳຮຽນ, ຫຼໍ່ຫຼອມ, ກາຍເປັນພົນລະເມືອງ ຫວຽດນາມ ທີ່ມີຄວາມເກັ່ງກ້າສາມາດດ້ານວິຊາສະເພາະ, ຮັ່ງມີດ້ານພູມປັນຍາ, ມີຄວາມມຸ່ງຫວັງ, ມີຄວາມຮັບຜິດຊອບກັບມູນເຊື້ອວັດທະນະທຳຂອງຊາດ ຫວຽດນາມ.
        ແລະກໍ່ໃນຕອນບ່າຍວັນທີ 3 ທັນວາ, ຢູ່ ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີ໋ມີນ  ສົມທົບກັບ ກະຊວງການສຶກສາ ແລະ ບຳລຸງສ້າງ ແລະ ບັນດາ ພາກສ່ວນກ່ຽວຂ້ອງຈັດຕັ້ງຮອບຊິງຊະນະເລີດໃນທົ່ວປະເທດ, ສະຫຼຸບ ແລະ ມອບລາງວັນໃຫ້ການເສັງຊອກຮູ້ປະຫວັດສາດ, ວັດທະນະທຳຂອງຊາດ “ຄວາມເອກອ້າງທະນົງໃຈ ຫວຽດນາມ” ຄັ້ງທີ II, ປີ 2017 ສຳລັບນັກຮຽນມັດທະຍົມຕອນປາຍ, ສູນສຶກສາເປັນປະຈຳ - ສຶກສາວິຊາອາຊີບ ໃນທົ່ວປະເທດ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top