• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້​ອຳ​ນວຍ​ການ​ໂຄງ​ການ Better Work: ຫວຽດ​ນາມ​ແມ່ນ​ແບ​ບ​ຢ່າງ​ທີ່​ດີ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້ອ​ອກ​ແຮງ​ງານ

ວັນທີ 4 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ເລວັນແທັງ ໄດ້ເຮັດວຽກກັບ ທ່ານນາງ Roopa Nair ຜູ້ອຳນວຍການໂຄງການ Better Work ທົ່ວໂລກ.
ທ່ານຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ເລວັນແທັງ ເຮັດວຽກກັບ ທ່ານນາງ Roopa Nair ຜູ້ອຳນວຍການໂຄງການ Better Work ທົ່ວໂລກ (ພາບ: ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ )
ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ໄດ້ຕີລາຄາສູງ ການໜູນຊ່ວຍຢ່າງມີປະສິດທິຜົນຂອງໂຄງການ Better Work ເຊິ່ງປະກອບສ່ວນສ້າງບັນດາແບບຢ່າງທີ່ດີກ່ຽວກັບການປະຕິບັດຕາມມາດຕະຖານແຮງງານສາກົນ ແລະ ປະຕິບັດກົດໝາຍ. ໃນໄລຍະຈະມາເຖິງ, ທ່ານຮອງລັດຖະມົນຕີປາດຖະໜາຢາກ ໃຫ້ໂຄງການ Better Work ໜູນຊ່ວຍປັບປຸງຄວາມຮັບຮູ້ຂອງຜູ້ອອກແຮງງານ ກ່ຽວກັບບັນດາມາດຕະຖານລວມ, ມຸ່ງໄປເຖິງການຮັບປະກັນບັນດາມາດຕະຖານຂອງ ສາກົນກ່ຽວກັບຜູ້ອອກແຮງງານ. ນອກຈາກນັ້ນ, ໂຄງການຈະໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດອື່ນໆຄື:ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດເພື່ອມີການປ່ຽນແປງ ແລະ ພັດທະນາຢ່າງຕັ້ງໜ້າກ່ວາອີກ. ທ່ານນາງ Roopa Nair ຜູ້ອຳນວຍການໂຄງການ Better Work ທົ່ວໂລກຖືວ່າ ຫວຽດນາມ ຍາມໃດກໍ່ແມ່ນຮູບແບບທີ່ດີພໍ ສຳລັບບັນດາປະເທດອື່ນໆອາດສາມາດຮ່ຳຮຽນ, ແບ່ງປັນຄວາມຮູ້ກ່ຽວກັບການຮັບປະກັນສິດຜົນປະໂຫຍດຂອງຜູ້ອອກແຮງງານ, ເພີ່ມທະວີຜົນປະໂຫຍດຂອງຜູ້ນຳໃຊ້ແຮງງານ.

(ແຫຼ່ງຄັດຈາກ VOV)

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

Top