• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ແທນບັນດາພື້ນຖານເສດຖະກິດ APEC ແບ່ງປັນບົດຮຽນຈົດທະບຽນ, ສ້າງວິສາຫະກິດຂະໜາດກາງ ແລະ ນ້ອຍ

      ໂດຍສືບຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 3 (SOM 3), ຕອນເຊົ້າວັນທີ 24 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການເສດຖະກິດ (EC) ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການຫັນລະບຽບການຈົດທະບຽນ ແລະ ສ້າງຕັ້ງດຳເນີນທຸລະກິດເປັນງາຍດາຍ.

ພາບປະກອບ
      ຜູ້ແທນກ່ວາ 100 ທ່ານທີ່ມາຈາກບັນດາພື້ນຖານເສດຖະກິດ APEC ພ້ອມກັນແບ່ງປັນບົດຮຽນກ່ຽວກັບການສ້າງຕັ້ງບັນດາວິສາຫະກິດຂະໜາດກາງ, ນ້ອຍ ແລະ ນ້ອຍສຸດ ຢູ່ບັນດາພື້ນຖານເສດຖະກິດສະມາຊິກ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Rory Mcleod, ປະທານວາລະປຶກສາຫາລື, ໄດ້ຊີ້ແຈ້ງວ່າ:
        ໃນ APEC, ລະດັບຂອງບັນດາພື້ນຖານເສດຖະກິດບໍ່ແມ່ນວ່າບັນຫາທີ່ພວກເຮົາຄວເອົາໃຈໃສ່ ຍ້ອນຄາດໝາຍລວມຂອງພວກເຮົາແມ່ນພວກເຮົາຊ່ວຍເຫຼືອ ແລະ ພ້ອມກັນພັດທະນາ. ແຕ່ອັນດັບລະຫວ່າງວິສາຫະກິດກໍ່ສຳຄັນພໍສົມຄວນ ຍ້ອນວ່າ ວິສາຫະກິດຢູ່ໃນລະດັບສູງຈະໄດ້ຮັບຜົນປະໂຫຍດກ່ວາ. ດັ່ງນັ້ນ, ພວກເຮົາພະຍາຍາມຊ່ວຍເຫຼືອກັນເພື່ອພ້ອມກັນບັນລຸບັນດາຜົນງານສູງກ່ວາ. ກອງປະຊຸມສຳມະນານີ້ຊ່ວຍໃຫ້ພວກເຮົາອາດຈະພັດທະນາ, ເພື່ອເພີ່ມອັນດັບບັນດາວິສາຫະກິດ, ກໍ່ຄືເມື່ອສ້າງຕັ້ງບໍລິສັດໃຫມ່.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top