• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ງ​ຮຶງ: ຫວຽດ​ນາມ ແລະ ລາວ​ ຕ້ອງ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຕ້ອງ​ສ້າງ​ບາດ​ກ້າວ​ບຸກ​ທ​ະ​ລຸ​ໃນ​ກາ​ນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ກາ​ນ​ລົງ​ທຶນ; ຫັນ​ເນື້ອ​ໃນ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດເປັນ​ລະ​ອຽດ, ຊຸກ​ຍູ້​ດູນ​ການ​ຄ້າ, ຄວາມ​ຍືນ​ຍົງ, ເປີດກວ້າງ​ຕະຫຼາດ, ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ແລະ ພັດ​ທະ​ນາ​ບັນ​ດາ​ລະ​ບົບ​ການ​ສະ​ໜອງ, ລະບົບມູນ​ຄ່າ​ລວມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ​ພົບ​ປະ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 3 ພະ​ຈິກ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ໄດ້​ພົບ​ປະ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ ລາວ​ ເນື່ອງ​ໃນ​ໂອ​ກາ​ດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ. ນະ​ທີ່​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ ເລ​ມິງ​ຮຶງ ໄດ້​ຢັ້ງ​ຢືນ ຫວຽດ​ນາມ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸ​ດ​ໃນ​ການ​ພົວ​ພັນ​ກັບ ລາວ. ພ້ອມ​ທັງ​ຈະ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ລັ​ດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ ລາວ​ ຫັນ​ຄວາມ​ຮັບ​ຮູ້​ລວມ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ການ​ນຳ​ຂັ້ນ​ສູງ​ກາຍ​ເປັນ​ໂຄງ​ການ, ກິດ​ຈະ​ກຳ​ຮ່ວມ​ມື​ແທດ​ຈິງ, ສຳຫຼວດກວດ​ຄືນ​ຄວາມ​ຄືບ​ໜ້າຢ່າງ​ເປັນ​ປະ​ຈຳ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກຢ່າງທັນການ, ຮັບ​ປະ​ກັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ ສອງ​ປະ​ເທດ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ການ​ສ້າງສຳເລັດກອບ​ນິ​ຕິ​ກຳ ແລະ ​ການ​ຕິດ​ຕາມກວດ​ກາ​ບັນ​ດາ​ໂຄງ​ການ, ລາຍ​ການ​ຮ່ວມ​ມື​.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຕ້ອງ​ສ້າງ​ບາດ​ກ້າວ​ບຸກ​ທ​ະ​ລຸ​ໃນ​ກາ​ນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ກາ​ນ​ລົງ​ທຶນ; ຫັນ​ເນື້ອ​ໃນ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດເປັນ​ລະ​ອຽດ, ຊຸກ​ຍູ້​ດູນ​ການ​ຄ້າ, ຄວາມ​ຍືນ​ຍົງ, ເປີດກວ້າງ​ຕະຫຼາດ, ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ແລະ ພັດ​ທະ​ນາ​ບັນ​ດາ​ລະ​ບົບ​ການ​ສະ​ໜອງ, ລະບົບມູນ​ຄ່າ​ລວມ.

ສ່ວ​ນ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຢັ້ງ​ຢືນ ລາວ​ ຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັບ ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ບັນ​ຫາ​ຢູ່​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ທີ່​ຕ່າງ​ມີ​ຄວາມ​ສົນ​ໃຈ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ, ປະ​ສານ​ສົມ​ທົບຫຼັກ​ໝັ້ນ​ຢູ່​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ.

ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 3 ພະ​ຈິກ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ ເຈິ່ນ​ເກິມ​ຕູ ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໄດ້​ຕ້ອນ​ຮັບ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ. ນະ​ທີ່​ນີ້, ໂດຍ​ຢັ້ງ​ຢືນ​ພັກ ແລະ ລັດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ, ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ ໃຫ້​ແກ່​ພົວ​ພັນ​ກັບ ລາວ, ທ່ານ ​ເຈິ່ນ​ເກິມ​ຕູ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຢ່າງ​ແຮງຕໍ່​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ ລາວ; ກຽມ​ພ້ອມ​ການ​ຮ່ວມ​ເດີນ​ທາງ, ໜູນ​ຊ່ວ​ຍ​ພັກ, ລັດ ແລະ ປະ​ຊາ​ຊົນ ລາວ​ໃນ​ທຸກ​ກໍ​ລະ​ນີ; ສະ​ເໜີ​ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ລະ​ຫວ່າງ​ບັນ​ດາ​ອົງ​ການ​ທີ່​ເປັນ​ເສ​ນາ​ທິ​ການ​ຂອງ​ສອງ​ພັກ, ເປັນ​ຕົ້ນ​ແມ່ນວຽກ​ງານ​ກໍ່​ສ້າງ​ພັກ, ການຈັດ​ຕັ້ງ, ບຸກ​ຄະ​ລາ​ກອນ, ການກວດ​ກາ, ຕິດ​ຕາມກວດ​ກາ ແລະ ສ້າງ​ລະ​ບົບ​ການ​ເມືອງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ເດັດດ່ຽວເພີ່ມລະດັບເຕີບໂຕໃຫ້ບັນລຸສອງຕົວເລກ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ເດັດດ່ຽວເພີ່ມລະດັບເຕີບໂຕໃຫ້ບັນລຸສອງຕົວເລກ

ລັດຖະບານຈະຕັດສິນໃຈປະຕິບັດບັນດາມາດຕະການເພື່ອຢືດໝັ້ນເປົ້າໝາຍແມ່ນຄວບຄຸມໄພເງິນເຟີ້ ແລະ ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ.

Top