ຕອນບ່າຍວັນທີ 3 ພະຈິກ, ຢູ່ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ (ແຕ່ວັນທີ 2 – 5 ພະຈິກ), ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ສປປ ລາວ ໄດ້ຕ້ອນຮັບທ່ານນາງ ບຸ່ຍທິມິງຮ່ວາຍ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ.
ທ່ານນາງ ບຸ່ຍທິມິງຮ່ວາຍ ແລະ ທ່ານ ສອນໄຊ ສີພັນດອນ (ພາບ: VNA)
ທ່ານ ສອນໄຊ ສີພັນດອນ ປາດຖະໜາວ່າ: ສອງຝ່າຍສືບຕໍ່ແບ່ງປັນບົດຮຽນໃນວຽກງານກໍ່ສ້າງພັກ, ຄຸ້ມຄອງລັດ ແລະ ພັດທະນາເສດຖະກິດ, ສັງຄົມ; ພ້ອມທັງເປີດກ້ວາງການຮ່ວມມືລະຫວ່າງບັນດາອົງການ, ອົງການຈັດຕັ້ງ ແລະ ທ້ອງຖິ່ນ, ປະກອບສ່ວນນຳການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ ໃຫ້ນັບມື້ນັບພັດທະນາຢ່າງມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດແທດຈິງຂອງປະຊາຊົນສອງປະເທດ.
ສ່ວນທ່ານນາງ ບຸ່ຍທິມິງຮ່ວາຍ, ກໍ່ ປາດຖະໜາວ່າ ການນຳຫຼັກແຫຼ່ງສອງປະເທດ, ໃນນັ້ນມີທ່ານປະທານສະພາແຫ່ງຊາດ ລາວ ສືບຕໍ່ເອົາໃຈໃສ່ຊີ້ນຳ, ສ້າງເງື່ອນໄຂເພື່ອໃຫ້ແນວໂຮມສອງປະເທດ ສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການເຕົ້າໂຮມ, ສາມັກຄີປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມການສ້າງສາ, ພັດທະນາປະເທດຊາດ; ຍູ້ແຮງການໂຄສະນາ, ສຶກສາປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມ, ກ່ຽວກັບມູນເຊື້ອຄວາມສາມັກຄີ, ສະໜິດຕິດພັນລະຫວ່າງສອງຊາດ.
(ແຫຼ່ງຄັດຈາກ VOV)