ໂດຍຕອບສະໜອງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ (18 ພະຈິກ) ແລະ ວັນບຸນວັດທະນະທຳ ຫວຽດນາມ (24 ພະຈິກ), ຕອນຄ່ຳວັນທີ 21 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳລາວ ໄດ້ປະສານປະສົມກັບຄະນະກຳມະການລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ຈັດລາຍການສະແດງສິລະປະດ້ວຍຫົວຂໍ້ “ຜູກມັດປະຊາຄົມ, ເຂັ້ມຂຸ້ນໄປດ້ວຍນ້ຳໃຈມິດຕະພາບ ຫວຽດນາມ - ລາວ”. ລາຍການນຳມາເຊິ່ງໃຫ້ຜູ້ຊົມຫຼາຍລາຍການສະແດງດົນຕີທີ່ພົ້ນເດັ່ນ, ເຊີດຊູບ້ານເກີດເມືອງນອນ, ປະເທດຊາດ, ຊາວ ຫວຽດນາມ, ມູນເຊື້ອວັດທະນະທຳຂອງຊາດ ແລະ ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ. ຜ່ານລາຍການ, ສະຖານທູດ ຫວຽດນາມ ປະຈຳ ລາວມີຄວາມປາດຖະໜາຢາກພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມີໂອກາດພົບປະແລກປ່ຽນ, ແບ່ງປັນນ້ຳໃຈ, ເພີ່ມທະວີຄວາມສະໜິດຕິດພັນກັບບ້ານເກີດເມືອງນອນ, ປະເທດຊາດ. ເລື່ອງນຳລາຍການສະແດງສິລະປະ ຫວຽດນາມ ຮັບໃຊ້ຊຸມຊົນຊາວ ຫວຽດນາມ ຢູ່ ລາວ ປະກອບສ່ວນຕອບສະໜອງຄວາມຕ້ອງການຊົມໃຊ້ວັດທະນະທຳ, ຮັກສາພາສາຫວຽດ, ສີສັນວັດທະນະທຳ ແລະ ປູກລ້ຽງນ້ຳໃຈມຸ່ງໄປເຖິງກົກເຄົ້າເຫງົ້າກໍ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.






