ຂ່າວສານ

ຜູກ​ມັດ ປະ​ຊາ​ຄົມ, ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

ລາຍ​ການ​ນຳ​ມາ​ເຊິ່ງ​ໃຫ້​ຜູ້​ຊົມຫຼາຍ​ລາຍ​ການ​ສະ​ແດງ​ດົນ​ຕີ​ທີ່​ພົ້ນ​ເດັ່ນ, ເຊີດ​ຊູ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ຊາວ ​ຫວຽດ​ນາມ, ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ​ຊາດ ແລະ ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ.
  ບັນ​ດາ​ລາ​ຍ​ການ​ສະ​ແດງ​ສິ​ລະ​ປະ ປະ​ສານ​ສົມ​ທົບ​ກັບ​​ເອ​ກະ​ລັກ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ - ລາວ (ພາບ: VNA)  
ໂດຍ​ຕອບ​ສະ​ໜອງວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ (18 ພະ​ຈິກ) ແລະ ວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ (24 ພະ​ຈິກ), ຕອນ​ຄ່ຳ​ວັນ​ທີ 21 ພະ​ຈິກ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ລາວ ​ໄດ້​ປະ​ສານ​ປະ​ສົມ​ກັບ​ຄະ​ນະ​ກຳ​ມະ​ການ​ລັດ​ກ່ຽວ​ກັບ​ຊາວ​ ຫວຽດ​ນາມ ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ (ກະ​ຊວງ​ການ​ຕ່າງ​ປະ​ເທດ) ຈັດ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ດ້ວຍ​ຫົວ​ຂໍ້ “ຜູກ​ມັດປະ​ຊາ​ຄົມ, ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ”. ລາຍ​ການ​ນຳ​ມາ​ເຊິ່ງ​ໃຫ້​ຜູ້​ຊົມຫຼາຍ​ລາຍ​ການ​ສະ​ແດງ​ດົນ​ຕີ​ທີ່​ພົ້ນ​ເດັ່ນ, ເຊີດ​ຊູ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ຊາວ ​ຫວຽດ​ນາມ, ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ​ຊາດ ແລະ ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ. ຜ່ານ​ລາຍ​ການ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ​ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ​ຫວຽດ​ນາມ ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ໂອ​ກາ​ດ​ພົບ​ປະ​ແລກ​ປ່ຽນ, ແບ່ງ​ປັນ​ນ້ຳ​ໃຈ, ເພີ່ມ​ທະ​ວີ​ຄວາມ​ສະ​ໜິດ​ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ. ເລື່ອງ​ນຳ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ຫວຽດ​ນາມ ຮັບ​ໃຊ້​ຊຸມ​ຊົນຊາວ ຫວຽດ​ນາມ ​ຢູ່ ​ລາວ ປະ​ກອບ​ສ່ວນ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຊົມ​ໃຊ້​ວັດ​ທະ​ນະ​ທຳ, ຮັກ​ສາ​ພາ​ສາ​ຫວຽດ, ສີ​ສັນ​ວັດ​ທະ​ນະ​ທຳ ແລະ ປູກ​ລ້ຽງ​ນ້ຳ​ໃຈ​ມຸ່ງ​ໄປ​ເຖິງ​ກົກເຄົ້າ​ເຫງົ້າກໍ ໃນປະ​ຊາ​ຄົມຊາວ ​ຫວຽດ​ນາມ ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

top