ຂ່າວສານ
ຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນ, ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ ຮ່ວມເດີນທາງທຸລະກິດ ແລະ ລົງທຶນຢູ່ກຸຍບາ
ຫວຽດນາມ ຈະສືບຕໍ່ແບ່ງປັນບົດຮຽນປະສົບການ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືກ່ຽວກັບເຂົ້າສານ, ການຢາ ຢ່າງມີປະສິດທິຜົນ, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຫວຽດນາມ ຮ່ວມດຳເນີນທຸລະກິດ ແລະ ລົງທຶນຢູ່ ກຸຍບາ. ນີ້ແມ່ນການຢັ້ງຢືນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນຕອນບ່າຍວັນທີ 13 ພະຈິກ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ເມື່ອຕ້ອນຮັບທ່ານ Bruno Rodríguez Parrilla ລັດຖະມົນຕີກະຊວງການເງິນ, ທູດພິເສດພັກ, ລັດຖະບານ ກຸຍບາ ທີ່ພວມມີການຢ້ຽມຢາມ ຫວຽດນາມແຕ່ວັນທີ 13 – 14 ພະຈິກ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ເນັ້ນໜັກຕ້ອງຍົກລະດັບການພົວພັນດ້ານເສດຖະກິດໃຫ້ສົມກັບການພົວພັນດ້ານການເມືອງ.
ສ່ວນທ່ານ Bruno Rodríguez ຢັ້ງຢືນກຸຍບາ ຍາມໃດກໍ່ໃຫ້ບຸລິມະສິດເພີ່ມທະວີການຮ່ວມມືກັບ ຫວຽດນາມໃນບັນດາຂົງເຂດທີ່ມີຄວາມເກັ່ງກ້າສາມາດຄື: ການຜະລິດເຄື່ອງໃຊ້ສອຍ, ການແພດ, ການຢາ ແລະ ການທ່ອງທ່ຽວ, ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ.
ແລະກໍໃນວັນດຽວກັນ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Bruno Rodríguez, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີສອງຝ່າຍຮັກສາການສຳຫຼວດກວດກາເປັນປະຈຳ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ; ສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານກະສິກຳ, ສາທາລະນະສຸກ ແລະ ບັນດາຂົງເຂດທີ່ມີຄວາມເກັ່ງກ້າສາມາດ, ເປັນທ່າແຮງ ຂອງແຕ່ລະຝ່າຍຢ່າງມີປະສິດທິຜົນ; ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນສອງຝ່າຍ…






