• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍບັນດາມາດຕະການປົກປ້ອງພົນລະເມືອງຫວຽດນາມ ຢູ່ສ.ເກົາຫຼີ

ຕາມສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ແລ້ວ, ປະຈຸບັນມີພົນລະເມືອງຫວຽດນາມ ກວ່າ 200.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ສ.ເກົາຫຼີ.


ອາການສຸຂະພາບຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເກົາຫຼີ ຍັງເປັນປົກກະຕິ

(ພາບປະກອບ: chinhphu.vn)


ໂດຍປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດໄດ້ເປັນເຈົ້າການ ແລະ ຮີບເຮັ່ງຜັນຂະຫຍາຍບັນດາມາດຕະການປົກປ້ອງພົນລະເມືອງຫວຽດນາມ ຢູ່ສ.ເກົາຫຼີ. ຕາມສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ແລ້ວ, ປະຈຸບັນມີພົນລະເມືອງຫວຽດນາມ ກວ່າ 200.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ສ.ເກົາຫຼີ. ໄລ່ມາຮອດປະຈຸບັນ, ອາການສຸຂະພາບຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເກົາຫຼີ ຍັງເປັນປົກກະຕິ ແລະ ຍັງບໍ່ທັນມີກໍລະນີໃດຖືກຕິດເຊື້ອພະຍາດ ຫຼື ສົງໄສຕິດເຊື້ອຈຸລະໂລກ SARS-Cov-2 ເທື່ອ.

          ສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ໄດ້ເປີດໂທລະສັບສາຍດ່ວນປົກປ້ອງພົນລະເມືອງໃນຕະຫຼອດ 24/24 ຊົ່ວໂມງ ເພື່ອດຳເນີນບັນດາມາດຕະການໜູນຊ່ວຍ ແລະ ປົກປ້ອງພົນລະເມືອງໃນກໍລະນີທີ່ຈຳເປັນ. ທ່ານ ຫງວຽນຢາຄຽມ, ຮອງຫົວໜ້າກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ໃຫ້ຮູ້ວ່າ.

          “ພວກຂ້າພະເຈົ້າໄດ້ສະເໜີໃຫ້ຄະນະຄຸ້ມຄອງແຮງງານຫວຽດນາມ ປະຈຳສ.ເກົາຫຼີ ສ້າງຈຸດຕິດຕໍ່ປະສານງານຢູ່ 2 ທ້ອງຖິ່ນແມ່ນນະຄອນ Daegu ແລະ ແຂວງ Gyeongbuk. ຜ່ານນັ້ນ, ອັບເດດບັນດາຂໍ້ມູນຂ່າວ, ການຜັນແປກ່ຽວກັບສະພາບແຮງງານ ກໍ່ຄືສະໜອງຂໍ້ມູນຂ່າວທີ່ຈຳເປັນໃຫ້ແກ່ແຮງງານຢ່າງທັນການ”.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top