• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປົກ​ປັກຮັກສາບັນ​ດາ​ໂຄງ​ການ​ອະ​ນຸ​ສາ​ວາ​ລີ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ຢູ່​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ

ສອງຝ່າຍໄດ້ຕີລາຄາສູງບັນດາໝາກຜົນບັນລຸໄດ້ຕາມເນື້ອໃນບົດບັນທຶກຂອງກອງປະຊຸມຄັ້ງທີ VI ທີ່ໄດ້ລົງນາມໃນວັນທີ 27 ທັນວາ ປີກາຍນີ້ຢູ່ນະຄອນໂຮ່ຈີມິນ.
ກອງປະຊຸມຄັ້ງທີ VII ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ກັບສະພາແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ.
ບັນດາອະນຸສາວາລີ ມິດຕະພາບ ຫວຽດນາມ ກຳປູເຈຍ ຢູ່ ລາຊະອານາຈັກ ກຳປູເຈຍ ແມ່ນໂຄງການປະຫວັດສາດວັດທະນະທຳດີເດັ່ນໃຫ້ແກ່ການພົວພັນສອງປະເທດ ຕ້ອງໄດ້ຮັບການຄວບຄຸມ, ປົກປັກຮັກສາຢ່າງໝັ້ນແກ່ນ. ນັ້ນແມ່ນການຢັ້ງຢືນຢູ່ກອງປະຊຸມຄັ້ງທີ VII ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ກັບສະພາແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 29 ທັນວາ ຢູ່ນະຄອນໂຮ່ຈີມິນ.  ຢູ່ ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງບັນດາໝາກຜົນບັນລຸໄດ້ຕາມເນື້ອໃນບົດບັນທຶກຂອງກອງປະຊຸມຄັ້ງທີ VI ທີ່ໄດ້ລົງນາມໃນວັນທີ 27 ທັນວາ ປີກາຍນີ້ຢູ່ນະຄອນໂຮ່ຈີມິນ. ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນໃນການສຳຫຼວດກວດກາ, ຕີລາຄາສະພາບການປະຕິບັດການຄຸ້ມຄອງ, ປົກປ້ອງບັນດາໂຄງການອະນຸສາວາລີມິດຕະພາບຫວຽດນາມ ກຳປູເຈຍ ຢູ່ລາຊະອານາຈັກ ກຳປູເຈຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ຕອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເປັນ​ປ​ະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev ຢ່າງ​ເປັນາ​ທງ​ການ.

Top