• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະ​ດົມ​ກຳ​ລັງ​ແຮງ​ສັງ​ລວມ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່ ຢູ່​ແຂວງ ຕຽນ​ຢາງ

ໃນຕອນເຊົ້າວັນທີ 6 ເມສາ, ທ່ານ ປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຊົມຮູບແບບການຜະລິດດຳເນີນທຸລະກິດຂອງສະຫະກອນໝາກມັງກອນ ໝີ້ຕິ້ງອານ, ເມືອງ ເຈິງ້າວ.

ໃນຕອນເຊົ້າວັນທີ 6 ເມສາ, ທ່ານ ປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຊົມຮູບແບບການຜະລິດດຳເນີນທຸລະກິດຂອງສະຫະກອນໝາກມັງກອນ ໝີ້ຕິ້ງອານ, ເມືອງ ເຈິງ້າວ.

    

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ຕອນເຊົ້າວັນທີ 6 ເມສາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປກວດກາ ແລະ ເຮັດວຽກຢູ່ແຂວງຕຽນຢາງ, ເຊິ່ງແມ່ນທ້ອງຖິ່ນຂຶ້ນກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ທີ່ມີການຫັນປ່ຽນຢ່າງຈະແຈ້ງພາຍຫຼັງ20 ປີແຫ່ງການປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່ ໂດຍສະເພາະແມ່ນຮູບແບບສະຫະກອນກະສິກຳແບບໃໝ່.

ເມື່ອເຮັດວຽກກັບການນຳ ແຂວງຕຽນຢາງ ກ່ຽວກັບໝາກຜົນແຫ່ງການພັດທະນາເສດຖະກິດລວມໝູ່, ເສດຖະກິດສະຫະກອນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ແຜນນະໂຍບາຍສຳຄັນຂອງພັກກອມມູນິດ ຫວຽດນາມແມ່ນ ເສດຖະກິດພາກລັດ ພ້ອມກັບເສດຖະກິດລວມໝູ່ ນັບມື້ນັບກາຍເປັນພື້ນຖານທີ່ໜັກແໜ້ນຂອງພື້ນຖານເສດຖະກິດ ທົ່ວປະເທດ. ກ່ຽວກັບທິດທາງພັດທະນາຂອງແຂວງຕຽນຢາງໃນໄລຍະຈະມາເຖິງ ທ່ານປະທານປະເທດ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການ ກ່ຽວກັບການຂຸດຄົ້ນຊັບພະຍາກອນທຳມະຊາດຢູ່ທ້ອງຖິ່ນຢ່າງມີປະສິດທິຜົນກ່ວາ; ພ້ອມກັນນັ້ນ ແມ່ນພັດທະນາເສດຖະກິດການທ່ອງທ່ຽວ, ເສດຖະກິດໝູນວຽນ, ເສດຖະກິດສີຂຽວ; ພິເສດຕ້ອງເອົາໃຈໃສ່ຍູ້ແຮງຂະບວນການ Startup, ປະດິດຄິດສ້າງ. ເມື່ອເນັ້ນໜັກເຖິງທ່າອ່ຽງຈຳເປັນໃນການພັດທະນາເສດຖະກິດສະຫະກອນຢູ່ ຫວຽດນາມ, ທ່ານປະທານປະເທດໃຫ້ຄຳຕັກເຕືອນວ່າ ແຂວງຕຽນຢາງ ຄວນເອົາໃຈໃສ່ເຖິງບັນຫານະໂຍບາຍ, ກົດໝາຍໃຫ້ແກ່ການພັດທະນາເສດຖະກິດສະຫະກອນ; ແກ້ໄຂທຶນຮອນ, ຄຸນນະພາບການຄຸ້ມຄອງ, ບໍລິຫານ, ບັນຫາທີ່ດິນ; ຮ່ວມສຳພັນລະຫວ່າງ ສະຫະກອນດ້ວຍກັນນັບແຕ່ສົ້ນເຂົ້າຈົນຮອດສົ້ນອອກ, ຮັບໃຊ້ຜົນປະໂຫຍດຂອງ ສະມາຊິກສະຫະກອນ ແລະ ວົງຄະນະຍາດຊຸມຊົນ.

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 6 ເມສາ, ທ່ານ ປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຊົມຮູບແບບການຜະລິດດຳເນີນທຸລະກິດຂອງສະຫະກອນໝາກມັງກອນ ໝີ້ຕິ້ງອານ, ເມືອງ ເຈິງ້າວ.

(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top