ຂ່າວສານ
ປຸກລະດົມບັ້ນສັກວັກຊິນກັນໂຄວິດ - 19 ໃຫ້ແກ່ເດັກນ້ອຍໃນເກນອາຍຸແຕ່ 5 ຫາຕ່ຳກ່ວາ 12 ປີ ແລະ ຕອບສະໜອງ “ສັບປະດາສັກວັກຊິນ” ປີ 2022
ເຫດການນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ນຳເອົາສານກ່ຽວກັບຄວາມສຳຄັນຂອງເລື່ອງທຸກຄົນລ້ວນແຕ່ໄດ້ສັກວັກຊິນ, ພິເສດໃນສະພາບການໂລກລະບາດໂຄວິດ - 19, ບົດບາດຂອງອຳນາດການປົກຄອງທຸກຂັ້ນ, ສຳນັກງານ, ອົງການຈັດຕັ້ງສຳລັບການເຄື່ອນໄຫວສັກວັກຊິນກັນໂຄວິດ - 19, ຄວາມຮັບຜິດຊອບຂອງ ປະຊາຊົນໃນການເປັນເຈົ້າການ, ມີຄວາມຕື່ມຕົວໄປສັກວັກຊິນໃຫ້ຄົບ ແລະ ຖືກມືນັດ. ທ່ານຮອງລັດຖະມົນຕີກະຊວງ ສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ເນັ້ນໜັກວ່າ, ສຳລັບການສັກວັກຊິນກັນໂຄວິດ - 19, ປັດຈຸບັນອັດຕາສັກວັກຊິນເຂັມພື້ນຖານໃຫ້ແກ່ເປົ້າໝາຍທີ່ມີອາຍຸແຕ່ 12 ປີຂຶ້ນໄປ ຢູ່ ຫວຽດນາມ ຢູ່ໃນລະດັບສູງ ແລະ ພວມໄດ້ປະຕິບັດການສັກວັກຊິນເຂັມທີ 3 ໃຫ້ຜູ້ມີອາຍຸແຕ່ 18 ປີຂຶ້ນໄປໃຫ້ສຳເລັດຜົນ.