• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມທົ່ວປວງຊົນສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19

      ໄລ່ຮອດຈຸດເວລາປຸກລະດົມ, ມີກ່ວາ 30 ຫົວໜ່ວຍ, ຜູ້ໃຈບຸນໃຈກຸສົນໄດ້ຈົດທະບຽນບໍລິຈາກດ້ວຍຈຳນວນເງິນກ່ວາ 230 ຕື້ດົ່ງ.

ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)
      ເຂົ້າຮ່ວມພິທີປຸກລະດົມທົ່ວປວງຊົນສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃນຕອນເຊົ້າວັນທີ 17 ມີນາ ຢູ່ ຮ່າໂນ້ຍ, ໂດຍຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ: ພັກ ແລະ ລັດຍາມໃດກໍ່ຖືບັນຫາສຸຂະພາບຂອງປະຊາຊົນແມ່ນສຳຄັນທີ່ສຸດ, ແມ່ນບຸລິມະສິດແຖວໜ້າໃນການປະຕິບັດເປົ້າໝາຍນຳພາ, ຄຸ້ມຄອງເສດຖະກິດ - ສັງຄົມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງການເຂົ້າຮ່ວມຢ່າງແຮງກ່ວາອີກຂອງທົ່ວລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ທຸກຊັ້ນວັນນະໃນສັງຄົມ, ພິເສດແມ່ນຄວາມຕື່ນຕົວ, ສະຕິການປະຕິບັດຂອງປະຊາຊົນແຕ່ລະຄົນສຳລັບບັນດາຂໍ້ກຳນົດ, ຂໍ້ສະເໜີແນະຂອງບັນດາອົງການສາທາລະນະສຸກ, ອຳນາດການປົກຄອງທຸກຂັ້ນ. ທ່ານນາຍົກລັດຖະມົນຕີກ່າວວ່າ:
        “ຂ້າພະເຈົ້າຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທຸກຊັ້ນວັນນະ ແລະ ນັກຮົບໃນທົ່ວປະເທດ ຈົ່ງເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ປະຕິບັດບັນດາມາດຕະການຢ່າງເຂັ້ມງວດກ່ວາ ເພື່ອສະກັດກັ້ນໂລກລະບາດ. ເພື່ອເຮັດໄດ້ສິ່ງນັ້ນ ຄວນມີການເຂົ້າຮ່ວມຢ່າງແຮງກ່ວາອີກ ຂອງທົ່ວລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ທຸກຊັ້ນຄົນໃນສັງຄົມ, ພິເສດແມ່ນຄວາມຕື່ນຕົວ, ສະຕິການປະຕິບັດຕາມການກຳນົດ, ຄຳກ່າວເຕືອນຂອງກະຊວງສາທາລະນະສຸກ, ອຳນາດການປົກຄອງທຸກຂັ້ນ .”
      ໄລ່ຮອດຈຸດເວລາປຸກລະດົມ, ມີກ່ວາ 30 ຫົວໜ່ວຍ, ຜູ້ໃຈບຸນໃຈກຸສົນໄດ້ຈົດທະບຽນບໍລິຈາກດ້ວຍຈຳນວນເງິນກ່ວາ 230 ຕື້ດົ່ງ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top