ຂ່າວສານ
ປຶ້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ຈິນຕະນາການສະເໝີຕົ້ນສະເໝີປາຍກ່ຽວກັບກໍາລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ
ກອງປະຊຸມຖືກຈັດຂຶ້ນແບບບາງໄກ ແລະ ເຊື່ອມຕໍ່ກັບ 125 ຈຸດ ນັບແຕ່ຂັ້ນແຂວງລົງຮອດຮາກຖານ ດ້ວຍພະນັກງານ, ສະມາຊິກພັກຫຼັກແຫຼ່ງໃນທົ່ວແຂວງ ເຂົ້າຮ່ວມ 20.000 ຄົນ.
ທີ່ກອງປະຊຸມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໋ວັນຈຽນ ໄດ້ຜັນຂະຫຍາຍບັນດາເນື້ອໃນສຳຄັນ ແລະ ຄຸນຄ່າຫຼັກແຫຼ່ງແກ່ນສານຂອງປຶ້ມ, ເຮັດແຈ້ງຈິນຕະນາການສະເໝີຕົ້ນສະເໝີປາຍຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ນີ້ແມ່ນປຶ້ມຄູ່ມື, ເປັນເອກະສານອັນລ້ຳຄ່າ ຊ່ວຍໃຫ້ຄະນະພັກທຸກຂັ້ນ ເຊື່ອມຊຶມ ແລະ ໝູນໃຊ້ຢ່າງຈະແຈ້ງກວ່າເຂົ້າໃນການສ້າງ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະປັດຈຸບັນ.