• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຶກສາຫາລື, ຫັນບັນດາບຸລິມະສິດຂອງປີ APEC 2017 ເປັນລະອຽດ

ຄະນະຜູ້ແທນ ຫວຽດນາມ ທີ່ກອງປະຊຸມ
(ພາບ: TTXVN)
      ວັນ​ທີ 03/03 ຢູ່​ນະຄອນ ຍາ​ຈາງ (​ແຂວງ ​ແຄ໋ງຮ່ວາ), ກອງ​ປະຊຸມ​ຄັ້ງ​ທີ 1 ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ (SOM 1) ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) 2017 ກ້າວ​ເຂົ້າ​ສູ່ມື້​ເຮັດ​ວຽກ​ທີ 2. ຜູ້​ແທນ​ກ່ວາ 170 ທ່ານ, ລວມມີ​ບັນດາ​ເຈົ້າ​ທີ່​ອາວຸ​ໂສ​ຈາກ 21 ພື້ນຖານ​ເສດຖະກິດ​ສະມາຊິກ APEC, ຜູ້ຕາງໜ້າ​ສະພາ​ຮ່ວມ​ມື​ເສດຖະກິດ​ປາຊີ​ຟິກ (PECC) ​ແລະ ສະພາໃຫ້ຄຳ​ປຶກສາວິ​ສາ​ຫະກິດ APEC (ABAC) ​ເຂົ້າ​ຮ່ວມ​ກອງ​ປະຊຸມ.
        ​ໃນ​ວາລະ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ເລື່ອງ​ປະຕິບັດ​ກອບ​ໂຄງການ APEC ກ່ຽວ​ກັບ​ຄວາມ​ປອດ​ໄພດ້ານ​ສະບຽງ​ອາຫານ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ກອບ​ຍຸດ​ທະ​ສາດ APEC ກ່ຽວ​ກັບ​ການ​ພັດທະນາ​ຊົນນະບົດ ​ແລະ ຕົວ​ເມືອງ ເພື່ອ​​ແນ​ໃສ່​ເພີ່ມ​ທະວີຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ການ​ເຕີບ​ໂຕກ​ວມລວມ; ບົດບາດ​ຂອງ​ບັນດາ​ຕະຫລາດ​ທັນຍາອາຫານ​ໃນ​ການເພີ່ມ​ທະວີຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານຢູ່​ບັນດາ​ພາກ​ພື້ນ; ບັນດາ​ບາດ​ກ້າວຕໍ່​ໄປ ​ເພື່ອແນໃສ່​ກະກຽມ​ໃຫ້​ວິ​ໄສ​ທັດ APEC ພາຍຫລັງ​ປີ 2020; ປຶກສາ​ຫາລື​ຂໍ້​ສະ​ເໜີ​ຂອງ ອົດ​ສະ​ຕາ​ລີ ​ແລະ ກາ​ນາ​ດາ ກ່ຽວ​ກັບ​ການ​ປະຕິ​ຮູບ​ໂຄງການ. ບັນດາ​ຜູ້​ແທນ​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ປະທານ​ຄະນະ​ກຳມະການ​ງົບປະມານ ​ແລະ ຄຸ້ມ​ຄອງ​ກ່ຽວ​ກັບ​ໝາກ​ຜົນ​ການ​ປະຊຸມ​ຂອງ​ຄະນະ​ກຳມະການ ກໍ່​ຄືບັນດາ​ບຸລິມະສິດ​ຂອງ​ຄະນະ​ກຳມະການ​ໃນ​ປີ 2017; ຜູ້ອຳນວຍການ​ຝ່າຍ​ບໍລິຫານ APEC ລາຍງານແຜນການ​ຍຸດ​ທະ​ສາດ​ຂອງ​ຄະນະ​ເລ​ຂາ APEC ​ໃນ​ໄລຍະ 2017 – 2019 ​ແລ​ະ ​ແຜນການເຄື່ອນໄຫວ​ໃນ​ປີ 2017; ລາຍ​ງານ​ກ່ຽວ​ກັບ​ໂຄງການ​ເຮັດ​ວຽກ​ຂອງ​ອົງການ​​ໜູນ​ຊ່ວຍ​ນະ​ໂຍບາຍ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top