• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2023: ຫວຽດ​ນາມ ວາງ​ເປົ້າ​ໝາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແຕ່ 1 ຫາ 1,5%

ເປົ້າໝາຍແມ່ນໃນປີ 2023 ນີ້ ສູ້ຊົນບັນລຸອັດຕາຄວາມທຸກຍາກຫຼາຍສົ້ນສະເລ່ຍທົ່ວປະເທດໃຫ້ຫຼຸດລົງ 1 - 1,5% ຕໍ່ປີ; ອັດຕາຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍໃຫ້ຫຼຸດລົງຫຼາຍກວ່າ 3% ຕໍ່ປີ; ອັດຕາຄວາມທຸກຍາກຫຼາຍສົ້ນຂອງບັນດາເມືອງທຸກຍາກໃຫ້ຫຼຸດລົງປະມານ 4%.
  ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ  

ປີ 2023, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ… ຊຸກຍູ້ ແລະ ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021 – 2025 ຢ່າງມີປະສິດທິຜົນ. ເປົ້າໝາຍແມ່ນໃນປີ 2023 ນີ້ ສູ້ຊົນບັນລຸອັດຕາຄວາມທຸກຍາກຫຼາຍສົ້ນສະເລ່ຍທົ່ວປະເທດໃຫ້ຫຼຸດລົງ 1 - 1,5% ຕໍ່ປີ; ອັດຕາຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍໃຫ້ຫຼຸດລົງຫຼາຍກວ່າ 3% ຕໍ່ປີ; ອັດຕາຄວາມທຸກຍາກຫຼາຍສົ້ນຂອງບັນດາເມືອງທຸກຍາກໃຫ້ຫຼຸດລົງປະມານ 4%. ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

“ທຳອິດ, ທັງລະບົບການເມືອງຕ້ອງເຂົ້າຮ່ວມນຳກັນ. ໃນນັ້ນ, ບົດບາດບືນຕົວຂຶ້ນດ້ວຍຕົນເອງຂອງປະຊາຊົນແມ່ນປັດໄຈສຳຄັນທີ່ສຸດ.    ລັດ ບໍ່ພຽງແຕ່ຢຸດຢູ່ໃນການໜູນຊ່ວຍທາງດ້ານທຶນຮອນ ຫຼືວ່າ ວັດຖຸ ເຊິ່ງ ລັດຈະຫັນໄປສູ່ທິດທາງຫຼັກແຫຼ່ງແມ່ນປະກາດໃຊ້ນະໂຍບາຍໜູນຊ່ວຍໂດຍບໍ່ມີເງື່ອນໄຂ ແລະ ໃຫ້ກູ້ຢືມທຶນໂດຍມີເງື່ອນໄຂ ເພື່ອໃຫ້ປະຊາຊົນບືນຕົວຂຶ້ນດ້ວຍຕົນເອງ. ທີສອງແມ່ນ ຕ້ອງສຸມໃສ່ບາງບັນຫາຫຼັກແຫຼ່ງແກ່ນສານ: ນັ້ນແມ່ນວິທີຫາເງິນລ້ຽງຊີບຂອງປະຊາຊົນ, ນັ້ນແມ່ນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ສ້າງເງື່ອນໄຂເພື່ອລົບລ້າງເຮືອນຢູ່ຊົ່ວຄາວໃຫ້ແກ່ຄອບຄົວທຸກຍາກ”.

 

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top