• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2020 ຫວຽດນາມ ຄາດວ່າ ຈະ ສົ່ງ ແຮງງານ 130.000 ຄົນໄປເຮັດວຽກຢູ່ຕ່າງປະເທດ

      ປີ 2020, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຄາດວ່າຈະສົ່ງ ແຮງງານ 130.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ, ໂດຍສຸມໃສ່ ບັນດາຕະຫຼາດຄື: ຍີ່ປຸ່ນ, ໄຕຫວັນ (ຈີນ), ສ.ເກົາຫຼີ, ເຢຍລະມັນ…

ແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ (ພາບ: TTXVN) 
      ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, ກະຊວງສືບຕໍ່ສ້າງຮ່າງກົດໝາຍວ່າດ້ວຍແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດໃຫ້ສົມບູນແບບຕາມ ສັນຍາ (ສະບັບປັບປຸງ), ສະເໜີຕໍ່ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ພິຈາລະນາ, ອະນຸມັດ, ເພີ່ມທະວີການໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍແຮງງານ ແລະ ວິສາຫະກິດເຄື່ອນໄຫວໃນຂົງເຂດນີ້. ຄຽງຄູ່ກັນນັ້ນ, ກະຊວງໄດ້ຮຽກຮ້ອງບັນດາຫົວໜ່ວຍທີ່ກ່ຽວຂ້ອງ ສຸມໃສ່ພັດທະນາການສຶກສາວິຊາຊີບທີ່ຕິດພັນກັບການແກ້ໄຂວຽກເຮັດງານທຳພາຍໃນປະເທດ ແລະ ສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ, ເປີດກ້ວາງການຂຸດຄົ້ນ ບັນດາຕະຫຼາດທີ່ມີອິດທິພົນຊື່ສຽງ, ຈຳກັດການສົ່ງແຮງງານໄປເຮັດວຽກຢູ່ບັນດາພາກພື້ນທີ່ມີເງື່ອນໄຂເຮັດວຽກບໍ່ທັນດີເທົ່າທີ່ຄວນ.
        ຕາມຕົດເລກສະຖິຕິແລ້ວ, ປັດຈຸບັນ ຫວຽດນາມ ມີ ແຮງງານ ປະມານ 650.000 ຄົນທີ່ພວມເຮັດວຽກຢູ່ ກ່ວາ 40 ປະເທດ ແລະ ເຂດແຄ້ວນ ໃນ 30 ໝວດຂົງເຂດ ແລະ ອາຊີບທີ່ແຕກຕ່າງກັນ, ແຮງງານເຕົ້າໂຮມຫຼາຍທີ່ສຸດແມ່ນຢູ່ ຕະຫຼາດ ຍີ່ປຸ່ນ, ໄຕຫວັນ (ຈີນ) ແລະ ສ.ເກົາຫຼີ.
 (ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top