• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ

      ການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ” ໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງກ້ວາງຂວາງໃນທົ່ວອົງຄະນະພັກ, ມີຄວາມໝາຍຮັດແໜ້ນນ້ຳໃຈສາມັກຄີ ແລະ ສາຍພົວພັນແບບພິເສດ ຫວຽດນາມ - ລາວ

 ພິທີສະຫລຸບ ແລະ ມອມລາງວັນການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ”
      ວັນທີ 22 ທັນວາ, ແຂວງ ເທື່ອທຽນ-ເຫ້ວ ຈັດຕັ້ງພິທີສະຫລຸບ ແລະ ມອມລາງວັນການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ”. ທີ່ແຂວງ ເທື່ອທຽນ-ເຫ້ວ ໄດ້ມີບົດເສັງ 30.000 ບົດຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະເປັນຈຳນວນຫລວງຫລາຍ. ຈາກນັ້ນ ບັນດາອົງຄະນະພັກໃນແຂວງ ໄດ້ເລືອກເຟັ້ນ 1.277 ບົດຂຽນທີ່ມີຄຸນນະພາບທັງດ້ານເນື້ອໃນ ແລະ ຮູບຮ່າງ ເພືຶ່ອເຂົ້າຮ່ວມການເສັງລະດັບແຂວງ.
        ການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ” ໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງກ້ວາງຂວາງໃນທົ່ວອົງຄະນະພັກ, ມີຄວາມໝາຍຮັດແໜ້ນນ້ຳໃຈສາມັກຄີ ແລະ ສາຍພົວພັນແບບພິເສດ ຫວຽດນາມ - ລາວ ກໍ່ຄືບັນດາຜົນງານ ຊຶ່ງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດບັນລຸໄດ້.
        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ” ແຂວງ ເທື່ອທຽນ-ເຫ້ວ ໄດ້ຍ້ອງຍໍ 5 ໝູ່ຄະນະ ແລະ 15 ບຸກຄົນ.
ແຫຼ່ງຄັດຈາກ VOV

ເຮັດ​ໃຫ້​ສາຍ​ພົວ​ພັນ​: ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຄວາມຜູກ​ພັນ​​ຍຸດ​ທະ​ສາດ ໃຫ້​ເລິກ​ເຊິ່ງກວ່າ​ອີກ

ເຮັດ​ໃຫ້​ສາຍ​ພົວ​ພັນ​: “ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຄວາມຜູກ​ພັນ​​ຍຸດ​ທະ​ສາດ” ໃຫ້​ເລິກ​ເຊິ່ງກວ່າ​ອີກ

ສອງປະເທດໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ ເຫັນດີເຮັດໃຫ້ສາຍພົວພັນ ຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່ທີ່ເລິກເຊິ່ງກວ່າ, ນັ້ນແມ່ນສາຍພົວພັນ: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມຜູກພັນຍຸດທະສາດ”; ໂດຍຢັ້ງຢືນວ່າ “ຄວາມຜູກພັນຍຸດທະສາດ ແມ່ນພື້ນຖານຊຸກຍູ້ສາຍພົວພັນຮ່ວມມືເຂົ້າສູ່ລວງເລິກ ແລະ ແທດຈິງ ຢ່າງແຂງແຮງ.

Top