• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັນ​ຍາ​ປະ​ດິດ-ຈຸດ​ພົ້ນ​ເດັ່ນ​ຂອງງານ​ຕະຫຼາດ​ນັດ ຈີນ-ອາ​ຊຽນ 2025

ມາຮອດປະຈຸບັນ, ແຂວງ ກວາງຊີ ໄດ້ເຊັນບົດບັນທຶກຊ່ວຍຈຳການຮ່ວມມມື AI ກັບ 8 ປະເທດ ອາຊຽນ, ລວມມີທັງ ຫວຽດນາມ.
ທ່ານນາງ ລູຊີນນິງ ຮອງປະທານເຂດປົກຄອງຕົນແອງ ຈວາງ ແຂວງ ກວາງຊີ (ພາບ: Reuters)

ງານຕະຫຼາດນັດ ຈີນ-ອາຊຽນ (CAEXPOແລະ ກອງປະຊຸມສຸດຍອດການຄ້າ ການລົງທຶນ ຈີນ-ອາຊຽນ (CABIS ຄັ້ງທີ 22 ປີ 2025 ຈັດຂຶ້ນຢູ່ ໜານໜິງ, ກວາງຊີ ແຕ່ວັນທີ 17-21 ກັນຍາ ໂດຍສຸມໃສ່ 2 ຂົງເຂດຕົ້ນຕໍ ລວມມີ: ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ປັນຍາປະດິດ (AI).

CAEXPO ປີນີ້ມີຫົວເລື່ອງ “ປັນຍາປະດິດດີຈິຕອນ ຊຸກຍູ້ການພັດທະນາ-ນະວັດຕະກຳ ນຳພາອະນາຄົດ-ນຳໃຊ້ບັນດາໂອກາດໃໝ່ຂອງສັນຍາການຄ້າເສລີ ຈີນ-ອາຊຽນ (ACFTA) version 3.0  ເພື່ອສ້າງປະຊາຄົມແບ່ງປັນອະນາຄົດ”. ມີປະມານ 3.200 ບໍລິສັດທີ່ມາຈາກ 45 ປະເທດ ຈະເຂົ້າຮ່ວມງານຕະຫຼາດນັດວາງສະແດງ ຊື່ງຈະວາງສະແດງບັນດາຜົນງານຫຼ້າສຸດໃນການຮ່ວມມືລະຫວ່າງ ຈີນ ແລະ ບັນດາປະເທດ ອາຊຽນ. ກ່າວຄຳເຫັນທີ່ການປະຊຸມຂ່າວທີ່ຈັດຂຶ້ນໃນຕອນບ່າຍວັນທີ 8 ກັນຍາ ຢູ່ ປັກກິ່ງ, ທ່ານນາງ ລູຊີນນິງ ຮອງປະທານເຂດປົກຄອງຕົນແອງ ຈວາງ ແຂວງ ກວາງຊີ ແບ່ງປັນວ່າ : ງານຕະຫຼາດນັດປີນີ້ ສຸມໃສ່ 2 ຂົງເຂດຕົ້ນຕໍຄື: ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ສະແດງ AI, ໃນນັ້ນ AI ແມ່ນຈຸດພົ້ນເດັ່ນດ້ວຍເລື່ອງເປັນຄັ້ງທຳອິດທີ່ສ້າງຮ້ານວາງສະແດງ AI ແລະ ຮ້ານກຳລັງການຜະລິດຄຸນນະພາບໃໝ່.

   ແລະ ກໍ່ຕາມທ່ານນາງ ລູຊີນນິງ ແລ້ວ, ມາຮອດປະຈຸບັນ, ແຂວງ ກວາງຊີ ໄດ້ເຊັນບົດບັນທຶກຊ່ວຍຈຳການຮ່ວມມມື AI ກັບ 8 ປະເທດ ອາຊຽນ, ລວມມີທັງ ຫວຽດນາມ. ປະຈຸບັນ, ກວາງຊີ ໄດ້ວາງແຜນຜັງກໍ່ສ້າງເຂດໜຶ່ງທີ່ມີເນື້ອທີ່ເກືອບ 8 km2 ຢູ່ໜານໜິງເພື່ອດຶງດູດບັນດາວິສາຫະກິດ AI ຂອງ ຫວຽດນາມ ແລະ ອາຊຽນ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ຈູດ​ທູບ​ໃຕ້​ທຽນ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສຸ​ສານ ມາຍ​ຢິກ ແລະ ສຸ​ສານ ຮ່າງ​ເຢືອງ

ພິ​ທີ​ຈູດ​ທູບ​ໃຕ້​ທຽນ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສຸ​ສານ ມາຍ​ຢິກ ແລະ ສຸ​ສານ ຮ່າງ​ເຢືອງ

ທ່ານ​ນາງ ບຸຍ​ຮ​ວ່ຽນ​ມາຍ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ທາງ​ນະ​ຄອນ​ໄດ້​ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຢ່າງ​ຄົບ​ຊຸດ​ຄື: ຈັດ​ຕັ້ງ​ບັນ​ດາ​ຄະ​ນະ​ລົງ​ຢ້ຽມ​ຢາມ​ຖາ​ມ​ຂ່າວ, ມອບ​ຂອງ​ຂວັນ; ໜູນ​ຊ່ວຍ​ກໍ່​ສ້າງ​ເຮືອນ​ແຫ່ງ​ຄວາມ​ເມດ​ຕາ...

Top