• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ດຽນ​ບຽນ​ຕ້ອງ​ສຸມ​ໃສ່​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ແລະ ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ສະ​ເພາະ

ດຽນ​ບຽນ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບຫຼາຍ​ຢ່າງ; ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຂວງ ທີ່ບໍ່ໄດ້ປະ​ຕິ​ບັດ​ການ​ໂຮມ​ເຂົ້າ​ກັບ​ແຂວງ​ອື່ນ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ກ່າວ​ຄຳ​ເຫັນການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ແຂວງ ດຽນ​ບຽນ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 25 ກໍ​ລະ​ກົດ, ຢູ່​ແຂວງ ດຽນ​ບຽນ, ທີ່​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ແຂວງ ດຽນ​ບຽນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຖື​ວ່າ ດຽນ​ບຽນ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບຫຼາຍ​ຢ່າງ; ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຂວງ ທີ່ບໍ່ໄດ້ປະ​ຕິ​ບັດ​ການ​ໂຮມ​ເຂົ້າ​ກັບ​ແຂວງ​ອື່ນ; ເຖິງ​ຢ່າງ​ໃດ​ກໍ​ຕາມ​, ແຂວງຍັງ​ບໍ່​ທັນ​ສາ​ມາດ​ມີ​ການ​ບຸກ​ທະ​ລຸ​ຍ້ອນ​ມີ​ຈຸດ​ອຸດ​ຕັນ​ພາຍ​ໃນຫຼາຍ​​ຢ່າງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ແຂວງ ແຂວງ ດຽນ​ບຽນ​ສຸມ​ໃສ່​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​ຮູບ​ແບບ​ພັດ​ທະ​ນາ​ໃໝ່​ເໝາະ​ສົມ​ກັບ​ລັກ​ສະ​ນະ​ສະ​ພາບ​ການ ແລະ ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​​ສະ​ເພາະ​ຂອງແຂວງ.

ໃນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ການ​ບໍ​ລິ​ການ​ແມ່ນ​ໃຫຍ່​ທີ່​ສຸດ, ດັ່ງ​ນັ້ນ​ຕ້ອງ​ສຸ​ມ​ໃສ່​ສ້າງ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ​ທັນ​ສະ​ໄໝ​ໄຕ​ຈາງ, ອາ​ປາຈ໋າຍ​ເພື່ອ​ໃຫ້​ດຽນ​ບຽນ​ກາຍ​ເປັນ​ຫົວ​ໜ່ວຍ​ປະ​ສານ​ງານດ້ານ​ການ​ຄ້າ, ການ​ຄ້າ​ຂາຍ, logistics ຂອງ​ເຂດ​ທາງ​ທິດ​ຕ​າ​ເວັນ​ຕົກ​ສ່ຽງ​ເໜືອ, ປະ​ຕູ​ເຂົ້າ​ອອກ​ຂອງ​​ການ​ແລກ​ປ່ຽນການ​ຄ້າ​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ​້​ເຮືອນ​ຄຽງ ແລະ ພາກ​ພື້ນ. ຫັນ​ບັນ​ດາ​ທ່າ​ໄດ້​ປຽບ​ຂອງ​ສະ​ໜາມ​ບິນ​ດຽນ​ບຽນ, ​ຮ່ອງ​ຮອຍ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ພິ​ເສດ​​ດຽນ​ບຽນ​ຝຸ, ຄວ​າມ​ຊົງ​ຈຳ​ປະ​ຫວັດ​ສາດ, ລະ​ບົບ​ບັນ​ດາ​ມໍ​ລະ​ດົກ​ທິວ​ທັດ​ທຳ​ມະ​ຊາດ​ພິ​ເສດ​ຄື ​ເມື່ອງ​ແທງ, ວັນ​ບຸນດອກສ້ຽວ ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຢ່າງ​ແຮງ, ກ່ຽວ​ກັບ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ປຸງ​ແຕ່ງ, ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ພະ​ລັງ​ງານ​ທັນ​ສະ​ໄໝ ແມ່ນ​ທິດ​ກ້າວ​ເດີນ​ທີ່ຖືກ​ທິດ. ດຽນ​ບຽນ​ກໍ່​ຕ້ອງ​ສຸມ​ໃສ່​ບາງ​ຂົງ​ເຂດ​ລະ​ອຽດ​ກ່ຽວ​ກັບ​ກະ​ສິ​ກຳ, ການ​ປຸງ​ແຕ່ງ​ລົງ​ເລິກ, ມູ​ນ​ຄ່າ​ເພີ່ມ​ສູງ, ຍືນ​ຍົງ, ຜະ​ລິດ​ຕະ​ພັນ​ຫຼັກ​ແຫຼ່ງ.

(ແຫຼ່ງຄັດຈາກ VOV)

79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ: ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຫວຽດນາມ ຢູ່ລາວ

79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ: ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຫວຽດນາມ ຢູ່ລາວ

ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຢຢ່າງແທດ​ຈິ​ງ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັ​ກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ສຶກ​ສາ​ມູນ​ເຊື້ອ​ຮັກ​ຊາດ, ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”, “ຕອບ​ບຸນ​ແທນ​ຄຸນ” ຂອງ​ຊາດ​ຫວຽດ​ນາມ.

Top