• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຖະ​ຫວາຍ​ທູບ​ທຽນ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ແລະ ຄະ​ນະ​ປະ​ຕິ​ບັດງານ ​ໄດ້​ຈູດ​ທູບ​ໃຕ້​ທຽນ ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ເພື່ອ​ພາ​ລະ​ກິດ​ແຫ່ງ​ການ​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ
  ທ່າ​ນ ເຈິ່ນ​ແທັງ​ເໝິ້ນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມຈູດ​ທູບ​ໃຕ້​ທຽນ​ຢ​ູ່ຫໍ​ວາງ​ສີ​ລາ​ລຶກ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ພາບ: VNA)  

ເນື່ອງ​ໃນ​ໂອ​ກາດວັນລະນຶກ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິ​ດ​ເພື່ອ​ຊາດ ,ຕອນ​ບ່າຍ​ວັນ​ທີ 26 ກໍ​ລະ​ກົດ, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ທ່າ​ນ ເຈິ່ນ​ແທັງ​ເໝິ້ນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໄປ​ວາງ​ພວງ​ມາ​ລາ, ຈູດ​ທູບ​ໃຕ້​ທຽນ​ຢູ່​ອະ​ນຸ​ສາ​ວະ​ລີ​ຮູບ​ປັ້ນ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຈິ່ນ​ຝູ, ຫໍ​ວາງ​ສີ​ລາ​ລຶກ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ຫໍເກັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ບ່ອນໄຫວ້ບູຊານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ເລທິຣຽງ ແລະ ນັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ເຈິ່ນວັນກຽວ, ພ້ອມ​ກັບ​ນັ້ນ​ກໍ່​ລົງ​ຢື້​ຢາມ​ຖາມ​ຂ່າ​ວ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ກຳ​ລັງທີ່​ເຂົ້າ​ຮ່ວມ​ການ​ຄົ້ນ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສວນ​ສ​າ​ທາ​ລະ​ນະ ​ເລ​ທິ​ຣຽງ. ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ​ທ່ານ ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ.

ໃນ​ບັນ​ຍາ​ກາດ​ອັນເຄັ່ງຂຶມ ແລະ ຕື້ນ​ຕັນ​ໃຈ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ແລະ ຄະ​ນະ​ປະ​ຕິ​ບັດງານ ​ໄດ້​ຈູດ​ທູບ​ໃຕ້​ທຽນ ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ເພື່ອ​ພາ​ລະ​ກິດ​ແຫ່ງ​ການ​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ຕົນເອງຈະດຳ​ລົງ​ຊີ​ວິດ, ອອກ​ແຮງ​ງານ ແລະ ອຸທິດ​ສ່ວນດ້ວຍ​ທຸກ​ຄວາມ​ຮັບ​ຜິດ​ຊອບ ແລະ ຈິດ​ໃຈ​ຂອງ​ຕົນ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສາ​ມັກ​ຄີ, ຮັກ​ສາ​ຄຸນ​ທາດ​ການ​ເມືອງ, ອົດທົນຕໍ່​​ຄວາມ​ຫຍຸ້ງ​ຍາກ, ມີ​ຄວາມ​ໝັ້ນທ່ຽງ​ຕໍ່​ສິ່ງ​ທ້າ​ທາຍ, ປະ​ກ​ອບ​ສ່ວນ​ສ້າງ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ​ໃຫ້ນັບ​ມື້​ນັບ​ເຂັ້ມ​ແຂງ, ສົມ​ກັບ​​ການ​ເສຍ​ສະຫຼະ​ອັນ​ຍິ່ງ​ໃຫຍ່​ຂອງ​ຄົນ​ລຸ້ນ​ກ່ອນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ​ ​ ​ໄຫ້​ວອາ​ໄລ​​ປະ​ທານ​ໂຮ່​ຈີ​ມິນ ແລະ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ

ການ​ນຳ​ພັກ, ລັດ​ ​ ​ໄຫ້​ວອາ​ໄລ​​ປະ​ທານ​ໂຮ່​ຈີ​ມິນ ແລະ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ

ເຂົ້າ​ຮ່ວມມີ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທາ​ນ​ປະ​ເທດ ໂຕ​ເລິມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ງ​ຮຶງ, ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ, ທ່ານ ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ.

Top