ມາຮອດປະຈຸບັນ, ແຂວງ ກວາງຊີ ໄດ້ເຊັນບົດບັນທຶກຊ່ວຍຈຳການຮ່ວມມມື AI ກັບ 8 ປະເທດ ອາຊຽນ, ລວມມີທັງ ຫວຽດນາມ.
ທ່ານນາງ ລູຊີນນິງ ຮອງປະທານເຂດປົກຄອງຕົນແອງ ຈວາງ ແຂວງ ກວາງຊີ (ພາບ: Reuters)
ງານຕະຫຼາດນັດ ຈີນ-ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ ການລົງທຶນ ຈີນ-ອາຊຽນ (CABIS) ຄັ້ງທີ 22 ປີ 2025 ຈັດຂຶ້ນຢູ່ ໜານໜິງ, ກວາງຊີ ແຕ່ວັນທີ 17-21 ກັນຍາ ໂດຍສຸມໃສ່ 2 ຂົງເຂດຕົ້ນຕໍ ລວມມີ: ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ປັນຍາປະດິດ (AI).
CAEXPO ປີນີ້ມີຫົວເລື່ອງ “ປັນຍາປະດິດດີຈິຕອນ ຊຸກຍູ້ການພັດທະນາ-ນະວັດຕະກຳ ນຳພາອະນາຄົດ-ນຳໃຊ້ບັນດາໂອກາດໃໝ່ຂອງສັນຍາການຄ້າເສລີ ຈີນ-ອາຊຽນ (ACFTA) version 3.0 ເພື່ອສ້າງປະຊາຄົມແບ່ງປັນອະນາຄົດ”. ມີປະມານ 3.200 ບໍລິສັດທີ່ມາຈາກ 45 ປະເທດ ຈະເຂົ້າຮ່ວມງານຕະຫຼາດນັດວາງສະແດງ ຊື່ງຈະວາງສະແດງບັນດາຜົນງານຫຼ້າສຸດໃນການຮ່ວມມືລະຫວ່າງ ຈີນ ແລະ ບັນດາປະເທດ ອາຊຽນ. ກ່າວຄຳເຫັນທີ່ການປະຊຸມຂ່າວທີ່ຈັດຂຶ້ນໃນຕອນບ່າຍວັນທີ 8 ກັນຍາ ຢູ່ ປັກກິ່ງ, ທ່ານນາງ ລູຊີນນິງ ຮອງປະທານເຂດປົກຄອງຕົນແອງ ຈວາງ ແຂວງ ກວາງຊີ ແບ່ງປັນວ່າ : ງານຕະຫຼາດນັດປີນີ້ ສຸມໃສ່ 2 ຂົງເຂດຕົ້ນຕໍຄື: ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ສະແດງ AI, ໃນນັ້ນ AI ແມ່ນຈຸດພົ້ນເດັ່ນດ້ວຍເລື່ອງເປັນຄັ້ງທຳອິດທີ່ສ້າງຮ້ານວາງສະແດງ AI ແລະ ຮ້ານກຳລັງການຜະລິດຄຸນນະພາບໃໝ່.
ແລະ ກໍ່ຕາມທ່ານນາງ ລູຊີນນິງ ແລ້ວ, ມາຮອດປະຈຸບັນ, ແຂວງ ກວາງຊີ ໄດ້ເຊັນບົດບັນທຶກຊ່ວຍຈຳການຮ່ວມມມື AI ກັບ 8 ປະເທດ ອາຊຽນ, ລວມມີທັງ ຫວຽດນາມ. ປະຈຸບັນ, ກວາງຊີ ໄດ້ວາງແຜນຜັງກໍ່ສ້າງເຂດໜຶ່ງທີ່ມີເນື້ອທີ່ເກືອບ 8 km2 ຢູ່ໜານໜິງເພື່ອດຶງດູດບັນດາວິສາຫະກິດ AI ຂອງ ຫວຽດນາມ ແລະ ອາຊຽນ.