• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ເທດ​ຕ່າງໆໃນ​ໂລກມາ​ນະ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19

ວັນທີ 13 ມີນາ, ທ່ານປະທານາທິບໍດີອາເມລິກາໄດ້ປະກາດສະພາບການສຸກເສີນລະດັບຊາດເພື່ອແນໃສ່ຮັບມືກັບໂລກລະບາດ Covid – 19 ໃນສະພາບການທີ່ໂລກລະບາດພວມສືບຕໍ່ແຜ່ລະບາດໃນວົງກ້ວາງຢູ່ປະເທດນີ້.

ແພດໝໍສົ່ງຜູ້ຕິດເຊື້ອ Covid - 19 ໄປຍັງໂຮງໝໍ (ພາບ: THX/TTXVN) 

ການປະກາດສະພາບການສຸກເສີນລະດັບຊາດຈະເອື້ອອຳນວຍຄວາມສະດວກໃຫ້ອາເມລິກາລະດົມເງິນ 50 ຕື້USD ໃຫ້ແກ່ລັດ, ເຂດແຄ້ວນແລະທ້ອງຖິ່ນຕ່າງໆຢູ່ອາເມລິກາໃນຄວາມມານະພະຍາຍາມລວມສະກັດກັ້ນໂລກລະບາດ Covid -19. ປັດຈຸບັນ, ອາເມລິກາໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 1.700 ຄົນໃນນັ້ນມີ 41 ຄົນເສຍຊີວິດ.

ໃນວັນທີ 13 ມີນາ, ຢູແກຼນໄດ້ປະກາດປິດປະຕູດ່ານຊາຍແດນໃນຮອບເວລາຢ່າງໜ້ອຍສຸດແມ່ນ 2 ອາທິດແລະໂຈະຊົ່ວຄາວບັນດາການເຄື່ອນໄຫວທາງການບິນ. ບັນດາປະເທດຄືແດນມາກ, ໂປໂລຍ, ໂອຕະລິດ, ສ.ໄຊປຣັດກໍ່ໄດ້ປະກາດປິດປະຕູດ່ານຊາຍແດນທັງໝົດເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໄວຣັດ SARS – CoV- 2. ປະເທດຝລັ່ງ, ເຢຍລະມັນ, ລຸກຊຳບວກກໍ່ໄດ້ປະກາດປິດໂຮງຮຽນ.
 (ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top