• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ທະ​ຫານ​ເຂດ 4

ຕອນເຊົ້າວັນທີ 1 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຢ້ຽມຢາມ ແລະ ເຮັດວຽກກັບທະຫານເຂດ 4; ຢ້ຽມຢາມບັນດາຄອບຄົວທີ່ຖືກຜົນເສຍຫາຍໃນໄລຍະເກີດພາຍຸ, ຝົນຕົກນ້ຳຖ້ວມຜ່ານມາ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ  ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

 ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ: ທະຫານເຂດ 4 ສືບຕໍ່ສ້າງກຳລັງປະກອບອາວຸດຂອງເຂດໃຫ້ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານຕາມທິດນຳທີ່ວ່າ ກະທັດລັດ, ທັນສະໄໝ, ເຂັ້ມແຂງ, ເຄື່ອນທີ່ໄວ, ມີລັກສະນະກຽມພ້ອມສູ້ຮົບສູງ; ຕໍ່ສູ້ຄືນບັນດາທັດສະນະທີ່ຜິດພາດຂອງພວກປະຕິການ, ບັນດາກຳລັງເປັນປໍລະປັກ ຢ່າງມີປະສິດທິຜົນ.  ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປາດຖະໜາວ່າ:

        “ພະນັກງານ, ນັກຮົບທະຫານເຂດ 4 ຕ້ອງເພີ່ມທະວີວຽກງານກຳແໜ້ນ, ຄົ້ນຄວ້າ, ຕີລາຄາ ແລະ ຄາດຄະເນບັນດາກໍລະນີທີ່ສັບສົນອາດຈະເກີດຂຶ້ນ. ຄົ້ນພົບບັນດາກົນອຸບາຍ, ການເຄື່ອນໄຫວມ້າງທຳລາຍຂອງບັນດາກຳລັງເປັນປໍລະປັກ, ພວກປະຕິການໄດ້ຢ່າງທັນການ ເພື່ອເປັນເຈົ້າການວາງອອກວິທີການຮັບມື, ສະກັດກັ້ນ ເພື່ອປົກປັກຮັກສາເຂດນ້ຳແດນດິນຂອງປະເທດຊາດ.”

        ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄປຢ້ຽມຢາມບັນດາຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຈາກພາຍຸ, ນ້ຳຖ້ວມ ແລະ ໄປຖະຫວາຍທູບທຽນ ຢູ່ເຂດປູຊະນີຍະສະຖານ ກິມລຽນ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top