• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ຍົກ​ສູງ​ຄຸນ​ຄ່າ​ຕົ້ນ​ໂສມ ຫວຽດ​ນາມ

ງານຕະຫຼາດນັດໂສມ ລາຍເຈົາ ປີ 2022 ໄດ້ດຳເນີນແຕ່ວັນທີ 11 ຫາວັນທີ 13 ພະຈິກ ເພື່ອແນໃສ່ແນະນຳໂຄສະນາກ່ຽວກັບຄວາມບົ່ມຊ້ອນ, ທ່າແຮງ, ນະໂບາຍບຸລິມະສິດສົ່ງເສີມການລົງທຶນພັດທະນາ, ພ້ອມດຽວກັນນັ້ນ ໂຄສະນາໂສມລາຍເຈົາໃຫ້ປະຊາຄົມວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ.

ງານຕະຫຼາດນັດໂສມ ລາຍເຈົາ ປີ 2022 ໄດ້ດຳເນີນແຕ່ວັນທີ 11 ຫາວັນທີ 13 ພະຈິກ  ເພື່ອແນໃສ່ແນະນຳໂຄສະນາກ່ຽວກັບຄວາມບົ່ມຊ້ອນ, ທ່າແຮງ, ນະໂບາຍບຸລິມະສິດສົ່ງເສີມການລົງທຶນພັດທະນາ, ພ້ອມດຽວກັນນັ້ນ ໂຄສະນາໂສມລາຍເຈົາໃຫ້ປະຊາຄົມວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ.

   

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຊົມງານຕະຫຼາດນັດໂສມ ລາຍເຈົາ ປີ 2022 (ພາບ: TTXVN)

“ການພັດທະນາຂະແໜງອຸດສາຫະກຳປູກ ແລະ ປຸ່ງແຕ່ງໂສມ ຫວຽດນາມ ຢ່າງແທ້ຈິງ, ມຸ່ງໄປເຖິງເປົ້າໝາຍບັນລຸເງິນຕື້ USD ແມ່ນມີຄວາມເປັນໄປໄດ້ສູງ”. ນີ້ແມ່ນຄຳເນັ້ນໜັກຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ທີ່ພິທີໄຂງານຕະຫຼາດນັດ ໂສມ ລາຍເຈົາ ປີ 2022 ດ້ວຍຫົວຂໍ້ “ກຳແໜ້ນກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ຄາດຫວັງກ້າວໄກ”, ເຊິ່ງດຳເນີນໃນຕອນຄ່ຳວັນທີ 11 ພະຈິກ, ຢູ່ນະຄອນ ລາຍເຈົາ, ແຂວງ ລາຍເຈົາ. ງານຕະຫຼາດນັດໄດ້ດຳເນີນແຕ່ວັນທີ 11 ຫາວັນທີ 13 ພະຈິກ  ເພື່ອແນໃສ່ແນະນຳໂຄສະນາກ່ຽວກັບຄວາມບົ່ມຊ້ອນ, ທ່າແຮງ, ນະໂບາຍບຸລິມະສິດສົ່ງເສີມການລົງທຶນພັດທະນາ, ພ້ອມດຽວກັນນັ້ນ ໂຄສະນາໂສມລາຍເຈົາໃຫ້ປະຊາຄົມວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ.

        ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ເພື່ອໃຫ້ ໂສມ ລາຍເຈົາ, ໂສມ ງອກລິງ ແລະ ໂສມຊະນິດອື່ນໆ ສົມກັບນາມມະຍົດ “ເປັນຜະລິດຕະພັນຫາຍາກແຫ່ງຊາດ” ຂອງ ຫວຽດນາມ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ໂດຍສະເພາະແມ່ນກະຂວງກະສິກຳ ແລະ ພັດທະນາຊົນນະບົດ ຕ້ອງເອົາໃຈໃສ່ອະນຸລັກຮັກສາ ແລະ ວາງແຜນຜັງພັດທະນາຕົ້ນໂສມນີ້, ຍົກສູງຄຸນຄ່າຂອງໂສມ ຫວຽດນາມ ນັບທັງດ້ານເສດຖະກິດ ແລະ ຄຸນປະໂຫຍດທີ່ມີຕໍ່ສຸຂະພາບ. ພ້ອມດຽວກັນນັ້ນ, ແຂວງ ລາຍເຈົາ ກໍຮຽກຮ້ອງໃຫ້ບັນດາວິສາຫະກິດຢູ່ພາຍໃນປະເທດ ເຂົ້າຮ່ວມການພັດທະນາແນວພັນໂສມຂອງ ຫວຽດນາມ, ລົງທຶນເຂົ້າໃນການຄົ້ນຄວ້າ, ຜະລິດ ແລະ ປຸງແຕ່ໂສມອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top