• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ການ, ຕ້ານ​ໂລກ​ລະ​ບາດ COVID-19

ຕໍ່ໜ້າການຜັນແປອັນສັບສົນຂອງພະຍາດອັກເສບປອດ COVID-19, ສະຖານທູດຫວຽດນາມ ປະຈຳເຢຍລະມັນ ໄດ້ປະກາດບັນດາຂໍ້ມູນຂ່າວທີ່ຈຳເປັນ ໃນເວັບໄຊຂອງສະຖານທູດ, ຜ່ານຊ່ອງທາງຕ່າງໆຄື: ສະມາຄົມຊາວຫວຽດນາມ ແລະ ສື່ມວນຊົນປະຊາຄົມຕ່າງໆກ່ຽວກັບສະພາບການໂລກລະບາດ. ມາຮອດຈຸດເວລານີ້ ຢູ່ເຢຍລະມັນ ຍັງບໍ່ທັນມີຊາວຫວຽດນາມ ຕິດເຊື້ອໄວຣັດ COVID-19 ຈັກຄົນເທື່ອ.

ສະມາຄົມນັກສຶກສາຫວຽດນາມຢູ່ສ.ເກົາຫຼີສົ່ງນ້ຳລ້າງມືໃຫ້ນັກສຶກສາຫວຽດນາມຢູ່ນະຄອນ 
Daegu ແລະ Gyeongsang ເໜືອ (ພາບ: TTXVN)

ຢູ່ປະເທດ ສ.ເຊັກໂກ, ປະຈຸບັນ, ໂລກລະບາດ COVID-19  ກໍ່ຍັງບໍ່ທັນໄດ້ສົ່ງຜົນສະທ້ອນ ຕໍ່ຊີວິດອິນຊີ ກໍ່ຄືການເຄື່ອນໄຫວດຳເນີນທຸລະກິດຂອງຊາວຫວຽດນາມໃນບໍລິເວນ ຍ້ອນມີການກະກຽມດ້ານຈິດໃຈ ແລະ ບັນດາມາດຕະການຮັບມື. ສະມາຊົມຊາວຫວຽດນາມ ອາໄສຢູ່ ເຊັກໂກ ພ້ອມກັບບັນດາອົງການຈັດຕັ້ງສະມາຄົມ, ຄະນະທີ່ກ່ຽວຂ້ອງ ໄດ້ເຝົ້າລະວັງເປັນປະຈຳ ແລະ ສົມທົບກັບບັນດາຊ່ອງຂໍ້ມູນຂ່າວສານຂອງສະມາຄົມຊາວຫວຽດນາມ ຢູ່ທີ່ນີ້ ເພື່ອອອກແຈ້ງການໃຫ້ເໝາະສົມກັບບັນດາມາດຕະການຂອງລັດຖະບານ ເຊັກໂກ ໂດຍໄວ ເພື່ອແນໃສ່ຮັບມືກັບໂລກລະບາດ.

   ໃນຂະນະນັ້ນ, ຢູ່ ສ.ເກົາຫຼີ, ສະມາຄົມນັກສຶກສາຫວຽດນາມ ກໍ່ໄດ້ອັບເດດຂ່າວກ່ຽວກັບສະພາບການຂອງໂລກລະບາດຢ່າງລຽນຕິດ ພ້ອມທັງຍູ້ແຮງການແຈ້ງຂ່າວທາງ fanpage, website ຂອງສະມາຄົມ, ຕັກເຕືອນບັນດາເພື່ອນນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ ປະຕິບັດບັນດາການແນະນຳ ກ່ຽວກັບການກຳນົດການປ້ອງກັນ, ຕ້ານໂລກລະບາດ COVID-19 ຂອງອົງການມີໜ້າທີ່ຮັບຜິດຊອບຂອງ ສ.ເກົາຫຼີ ແລະ ຫວຽດນາມ.

 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top